ກຳປັ່ນສຳຫຼວດວິທະຍາສາດ“ຈູໄຫຢຸນ”ທີ່ນຳໃຊ້ລະບົບບໍ່ມີຄົນຂັບແບບອັດຊະລິຍະລຳທຳທິດຂອງໂລກໄດ້ຮັບການມອບໃຫ້ນຳໃຊ້ຢ່າງເປັນທາງການ

2023-01-13 14:46:47 cri


ຕອນເຊົ້າວັນທີ 12 ມັງກອນນີ້, ກຳປັ່ນສຳຫຼວດວິທະຍາສາດ “ຈູໄຫຢຸນ”ທີ່ນຳໃຊ້ລະບົບບໍ່ມີຄົນຂັບແບບອັດຊະລິຍະລຳທຳທິດຂອງໂລກໄດ້ສຳເລັດໜ້າທີ່ເປົ້າໝາຍການທົດລອງຕ່າງໆຢູ່ໃນທະເລຢ່າງຈົບງາມ, ແລ້ວເຂົ້າຈອດຢູ່ທ່າກຳປັ່ນ ກ່າວລານເມືອງຈູ່ໄຫຢ່າງສະດວກ ແລະໄດ້ຮັບການມອບໃຫ້ນຳໃຊ້ຢ່າງເປັນທາງການ.


ເທື່ອນີ້ເປັນການທົດລອງຢູ່ໃນທະເລແບບວິຊາການເທື່ອທຳອິດຂອງກຳປັ່ນ“ຈູໄຫຢຸນ”, ຈຸດປະສົງຕົ້ນຕໍແມ່ນເພື່ອທົດລອງຄວາມສາມາດເດີນເຮືອດ້ວຍຕົນເອງ ແລະຂັ້ນຕອນຕ່າງໆຂອງການປ່ອຍ ແລະເກັບເຮືອນ້ອຍບໍ່ມີຄົນຂັບທີ່ບັນທຸກຢູ່ໃນກຳປັ່ນ.


ກຳປັ່ນສຳຫຼວດວິທະຍາສາດທີ່ນຳໃຊ້ລະບົບບໍ່ມີຄົນຂັບແບບອັດຊະລິຍະລຳນີ້ມີຄວາມຍາວ 88,5 ແມັດ, ມີພື້ນທີ່ດ້ານຫຼັງທີ່ກ້ວາງຂວາງ, ສາມາດບັນທຸກອຸປະກອນສັງເກດການແບບອັດຊະລິຍະທາງອາກາດ, ທາງທະເລ ແລະເຄື່ອງດຳນ້ຳຫຼາຍຊະນິດ, ແລະສາມາດປະຕິບັດໜ້າທີ່ສຳຫຼວດທະເລແບບສັງລວມເຊັ່ນ: ການວັດແທກທາງທະເລ, ການສັງເກດການທາງທະເລ, ການລາດຕະເວນເທິງທະເລ, ການເກັບຕົວຢ່າງ ແລະອື່ນໆ.