ຕົ້ນປີ 2023 ອາເມຣິກາເກີດເຫດການໃຊ້ອາວຸດປືນຍິງກັນຂະໜາດໃຫຍ່ຢ່າງ ໜ້ອຍ 22 ຄັ້ງ

2023-01-13 15:21:06 CRI

   ຕາມຂ່າວ CRI: ຕອນບ່າຍວັນທີ 11 ມັງກອນນີ້ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງວໍຊີງຕັນຂອງອາເມຣິກາໄດ້ເກີດເຫດການໃຊ້ອາວຸດປືນຍິງກັນ, ມີຄົນຖົກຖຽງກັນແລະຕີກັນຢູ່ແຄມຖະໜົນແລ້ວໃຊ້ອາວຸດປືນຍິງໃສ່ຜູ້ຄົນ, ໂດຍໄດ້ຍິງປືນໃສ່ຜູ້ຊາຍໜຶ່ງຄົນແລະເດັກນ້ອຍ 2 ຄົນທີ່ມີອາຍຸ 6 ປີແລະ 9 ປີທີ່ຍ່າງຜ່ານບ່ອນເກີດເຫດ, ເຮັດໃຫ້ທັງ 3 ຄົນດັ່ງກ່າວໄດ້ຮັບບາດເຈັບ.

ຕອນຄ່ຳວັນທີ 11 ມັງກອນນີ້, ມີເຍົາວະຊົນອາຍຸ 16 ປີຄົນໜຶ່ງຖືກປືນຍິງເຂົ້າໃສ່ຫຼາຍນັດແລະເສຍຊີວິດຢູ່ແຄມຖະໜົນທີ່ນະຄອນຟີລາເດເຟຍລັດເພນຊີວາເນຍຂອງອາເມຣິກາ. ມາຮອດປັດຈຸບັນນີ້, ຕຳຫຼວດທ້ອງຖິ່ນຍັງດຳເນີນການສືບສວນຕໍ່ເຫດການຄັ້ງນີ້.

ອີງຕາມຂໍ້ມູນຕົວເລກຈາກເວັບໄຊການໃຊ້ຄວາມຮຸນແຮງດ້ວຍອາວຸດປືນຂອງອາເມຣິກາສະແດງໃຫ້ເຫັນວ່າ: ພຽງເວລາບໍ່ຮອດສອງສັບປະດາໃນປີ 2023, ຢູ່ອາເມຣິກາໄດ້ເກີດເຫດການໃຊ້ຄວາມຮຸນແຮງດ້ວຍອາວຸດປືນຂະໜາດໃຫຍ່ຢ່າງໜ້ອຍ 22 ຄັ້ງ. ໜັງສືພິມ “ເດີກາເດັນ” ຂອງອັງກິດລາຍງານຂ່າວວ່າ: ອັດຕາເກີດເຫດການໃຊ້ອາວຸດປືນຢູ່ອາເມຣິກາແມ່ນສູງຫຼາຍຄ້າຍຄືກັບການເກີດອຸບັດຕິເຫດຕາມທ້ອງຖະໜົນ, ສຳຫຼັບຄົນອາເມຣິິກາແລ້ວແມ່ນມີຄວາມຊິນເຄີຍກັບເລື່ອງດັ່ງກ່າວນີ້ແບບບັງຄັບ.