ຍອດມູນຄ່າການຄ້າສິນຄ້າຂາເຂົ້າ-ຂາອອກຂອງຈີນໃນປີ 2022 ບັນລຸເຖິງ 42.070 ຕື້ຢວນ

2023-01-13 15:14:23 cri



      ອົງການດ່ານພາສີຈີນໄດ້ແຈ້ງໃຫ້ຮູ້ໃນວັນທີ 13 ມັງກອນນີ້ວ່າ: ຍອດມູນຄ່າການຄ້າສິນຄ້າຂາເຂົ້າ-ຂາອອກຂອງຈີນໃນປີ 2022 ໄດ້ບັນລຸເຖິງ 42.070 ຕື້ຢວນ, ເພີ່ມຂຶ້ນ 7,7% ເມື່ອທຽບໃສ່ປີ 2021.

      ປີ 2022 ຜ່ານມາ, ຍອດມູນຄ່າການຄ້າຂາເຂົ້າຂາອອກຂອງຈີນໄດ້ບັນລຸຫຼາຍກວ່າ 4 ໝື່ນຕື້ຢວນເປັນຄັ້ງທຳອິດ, ໄດ້ສືບຕໍ່ຮັກສາການເຕີບໂຕຢ່າງໝັ້ນທ່ຽງບົນພື້ນຖານຕົວເລກມາດຕະຖານສູງໃນປີ 2021 ເຊິ່ງມີຂະໜາດທີ່ໄດ້ສ້າງສະຖິຕິໃໝ່ທາງປະຫວັດສາດອີກເທື່ອໜຶ່ງ, ໄດ້ຮັກສາຖານະປະເທດໃຫຍ່ດ້ານການຄ້າສິນຄ້າອັນດັບໜຶ່ງຂອງໂລກ 6 ປີລຽນຕິດ.