ໂຄສົກກະຊວງການຕ່າງປະເທດຈີນ: ບໍ່ມີຄົນຈີນເສຍຊີວິດ ຫຼື ບາດ ເຈັບຈາກເຫດການຫຼອນໂຈມຕີຢູ່ອັຟການິສະຖານ

2023-01-13 14:45:40 cri

 

ໂດຍແນໃສ່ເຫດການຫຼອນໂຈມຕີແບບສະລະຊີບທີ່ເກີດຂຶ້ນຢູ່ນະຄອນຫຼວງກາບູນຂອງອັຟການິສະຖານໃນວັນທີ 11 ມັງກອນນີ້, ວັນທີ 12 ມັງກອນນີ້, ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຕາມການລາຍງານໃນປັດຈຸບັນ, ບໍ່ມີຄົນຈີນເສຍຊີິວິດ ຫຼືໄດ້ຮັບບາດເຈັບຈາກເຫດການຫຼອນໂຈມຕີໃນຄັ້ງນີ້.

 

ທ່ານກ່າວຕື່ມວ່າ: ຈີນເດັດດ່ຽວຄັດຄ້ານການກະທຳທີ່ໃຊ້ຄວາມຮຸນແຮງ ແລະການກໍ່ການຮ້າຍທຸກຮູບແບບ, ຈີນກ່າວປະນາມຢ່າງຮຸນແຮງຕໍ່ເລື່ອງນີ້ ແລະສະແດງຄວາມໄວ້ອາໄລຕໍ່ຜູ້ເສຍຊີວິດ, ພ້ອມທັງສະແດງຄວາມຢື້ຢາມຖາມຂ່າວຕໍ່ຜູ້ໄດ້ຮັບບາດເຈັບ ແລະຄອບຄົວຂອງຜູ້ເສຍຊີວິດທັງໝົດ. ຫວັງວ່າ: ຝ່າຍອັຟການິສະຖານຈະນຳໃຊ້ມາດຕະການຕົວຈິງຢ່າງເດັດຂາດ, ຮັກສາຄວາມປອດໄພໃຫ້ປະຊາຊົນ ແລະອົງການບັນດາປະເທດ ລວມທັງຈີນຢູ່ອັຟການິສະຖານ.