ການຕ້ານພະຍາດໂຄວິດ-19 ຂອງຈີນໃນຮອບ 3 ປີຜ່ານມາໄດ້ຍຶດໝັ້ນຖືປະຊາຊົນສໍາຄັນກວ່າໝູ່ແລະຖືຊີວິດສໍາຄັນກວ່າໝູ່ມາໂດຍຕະຫຼອດ

2023-01-13 18:38:55 CRI

 

    ຊີວິດສໍາຄັນກວ່າໝູ່ ແລະຜົນປະໂຫຍດຂອງປະຊາຊົນຢູ່ເໜືອກວ່າທຸກສິ່ງທຸກຢ່າງ.

 

    ນັບແຕ່ເກີດການແພ່ລະບາດຂອງພະຍາດໂຄວິດ-19 ເປັນເວລາ 3 ປີຜ່ານມາ, ພາຍໃຕ້ການນໍາພາທີ່ເຂັ້ມແຂງຂອງສູນກາງພັກຄອມມູນິດຈີນທີ່ມີສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນເປັນແກນນໍາ, ຈີນໄດ້ປັບປຸງມາດຕະການປ້ອງກັນແລະຄວບຄຸມການແພ່ລະ ບາດຂອງພະຍາດໂຄວິດ-19ໃຫ້ດີຂຶ້ນໂດຍອີງຕາມສະຖານະການ, ໂດຍໄດ້ຮັບມືກັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນໂລກຈໍານວນ 5 ຮອບຢ່າງມີປະສິດທິຜົນ, ພ້ອມທັງໄດ້ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ທີ່ມີລັກສະນະຕິດເຊື້ອຈາກຊຸມຊົນຢູ່ພາຍໃນປະເທດຈໍານວນ 100 ກວ່າກໍລະນີ, ເຮັດໃຫ້ຄວາມປອດໄພດ້ານຊີວິດ ແລະສຸຂະພາບຮ່າງກາຍຂອງປະຊາຊົນໄດ້ຮັບການປົກປັກຮັກສາຢ່າງມີປະສິດທິຜົນ, ພ້ອມດຽວກັນນີ້, ການປະສານສົມທົບລະຫວ່າງການປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ກັບການພັດທະນາເສດຖະກິດ-ສັງຄົມກໍໄດ້ຮັບຜົນສໍາເລັດອັນສໍາຄັນ ແລະຕັ້ງໜ້າຕື່ມອີກ.

 

    ເຊື້ອພະຍາດໄດ້ກາຍພັນຢູ່ເລື້ອຍໆ, ຂະນະທີ່ສະຖານະການໄດ້ຜັນແປຢູ່ເລື້ອຍໆ ລວມທັງນະໂຍບາຍການປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດກໍໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ແຕ່ແນວໃດກໍຕາມ, ການຖືປະຊາຊົນສໍາຄັນກວ່າໝູ່ແລະຖືຊີວິດສໍາຄັນກວ່າໝູ່ນັ້ນ, ຍ່ອມເປັນທາດແທ້ທີ່ ໂດດເດັ່ນທີ່ສຸດໃນການຕ້ານການແພ່ລະບາດຂອງພະຍາດໂຄວິດ-19 ຂອງຈີນມາໂດຍຕະຫຼອດ.

 

    ຈາກບັ້ນປ້ອງກັນແລະຄວບຄຸມການແພ່ລະບາດຢູ່ນະຄອນອູຮັ້ນແລະຢູ່ແຂວງຫູເປີຍຂອງຈີນໄດ້ຮັບຜົນສໍາເລັດທີ່ມີລັກສະນະຕັດສິນ, ຮອດການຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ທີ່ເກີດຈາກການກາຍພັນຂອງເຊື້ອພະຍາດສາຍພັນເດວຕ້າຢ່າງສໍາເລັດຜົນ, ຕະຫຼອດຮອດການຮັບມືກັບເຊື້ອພະຍາດສາຍພັນໂອມິຄຣອນ; ຈາກການກຳນົດທິດທາງ “ພົບເຊື້ອໂດຍໄວ, ລາຍງານໂດຍໄວ, ຈໍາກັດບໍລິເວນໂດຍໄວແລະປິ່ນປົວໂດຍໄວ”, ຈົນຮອດການສໍາເລັດ “ກວດຫາເຊື້ອເທົ່າທີ່ຄວນ, ຈໍາກັດບໍລິເວນເທົ່າທີ່ຄວນ, ຮັບເອົາຜູ້ຕິດເຊື້ອເທົ່າທີ່ຄວນແລະປິ່ນປົວຜູ້ຕິດເຊື້ອເທົ່າທີ່ຄວນ”…ພວກເຮົາສາມາດເວັ້ນຈາກການແພ່ລະບາດໃນວົງກວ້າງຂອງເຊື້ອພະຍາດສາຍພັນດັ້ງເດີມແລະສາຍພັນເດວຕ້າທີ່ມີລັກສະນະອ່າວຮ້າຍແຮງ, ໂດຍໄດ້ຫຼຸດຜ່ອນຈໍານວນຜູ້ຕິດເຊື້ອທີ່ມີອາການໜັກແລະຜູ້ເສຍຊີວິດໃຫ້ໜ້ອຍທີ່ສຸດ, ພ້ອມດຽວກັນນີ້ກໍໄດ້ຍາດແຍ່ງເວລາອັນລໍ້າຄ່າໃຫ້ແກ່ການຄົ້ນຄວ້າພັດທະນາແລະນໍາໃຊ້ວັກຊີນແລະຢາຕ່າງໆ ກໍຄືການກະກຽມຊັບພະຍາກອນດ້ານການປິ່ນປົວຕື່ມອີກ.

 


    ປັດຈຸບັນ, ການປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ຂອງຈີນໄດ້ເຂົ້າສູ່ໄລຍະໃໝ່, ໂດຍໄດ້ຫັນຈຸດສຸມຈາກການປ້ອງກັນແລະຄວບຄຸມການຕິດເຊື້ອເປັນການຮັກສາສຸຂະພາບແລະປ້ອງກັນການຕິດເຊື້ອທີ່ມີອາການໜັກ, ສິ່ງນີ້ບໍ່ພຽງແຕ່ເປັນຜົນດີໃຫ້ແກ່ການລວມສູນຊັບພະຍາກອນດ້ານການປ້ອງກັນແລະຄວບຄຸມພະຍາດເພື່ອຮັບໃຊ້ກຸ່ມຄົນທີ່ເປັນເປົ້າໝາຍສຳຄັນເປັນຕົ້ນແມ່ນຜູ້ເຖົ້າທີ່ມີພະຍາດປະຈໍາຕົວ, ແມ່ຍິງຖືພາແລະເກີດລູກກໍຄືເດັກນ້ອຍເທົ່ານັ້ນ, ຍັງເປັນຜົນດີຕໍ່ການສ້າງເງື່ອນໄຂໃຫ້ແກ່ການເລັ່ງລັດຊຸກຍູ້ຄວາມມີຊີວິດຊີວາຂອງເສດຖະກິດຕື່ມອີກ ເພື່ອຮັບປະກັນການຜະລິດແລະການດໍາລົງຊີວິດຢ່າງເປັນປົກກະຕິກໍຄືຮັບປະກັນຄວາມຮຽກຮ້ອງຕ້ອງການດ້ານການປິ່ນປົວສຸຂະພາບໃຫ້ດີກວ່າເກົ່າ.

 

    ໃນ 11 ເດືອນຂອງປີ 2022, ຈໍານວນຜູ້ປະກອບອາຊີບຢູ່ຕົວເມືອງໃນທົ່ວປະເທດຈີນໄດ້ເພີ່ມຂຶ້ນ 11.450.000 ຄົນ, ໂດຍໄດ້ສໍາເລັດເປົ້າໝາຍໝົດປີທີ່ໄດ້ກໍານົດໃຫ້ເພີ່ມຂຶ້ນເປັນ 11.000.000 ຄົນ; ພາຍໃຕ້ສະພາບການທີ່ທົ່ວໂລກປະເຊີນກັບໄພເງິນເຟີ້ສູງຂຶ້ນ, ດັດຊະນີລາຄາຜູ້ບໍລິໂພກ ຫຼື CPI ຂອງຈີນໄດ້ເພີ່ມຂຶ້ນ 2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021; ຂະນະທີ່ຜົນຜະລິດສະບຽງອາຫານຂອງຈີນໄດ້ຮັກສາລະດັບຫຼາຍກວ່າ 650.000.000 ໂຕນເປັນເວລາ 8 ປີລຽນຕິດ…ການປະກອບອາຊີບແລະລາຄາສິນຄ້າມີຄວາມໝັ້ນທ່ຽງ, ສະບຽງອາຫານແລະພະລັງງານມີຄວາມໝັ້ນຄົງບວກກັບການດໍາລົງຊີວິດຂອງປະຊາຊົນໄດ້ມີການຮັບປະກັນຢ່າງມີປະສິດທິຜົນ, ເຮັດໃຫ້ຈີນສາມາດຮັກສາສະພາບລວມແຫ່ງການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມໝັ້ນທ່ຽງ.