ການຟືນຟູຕະຫຼາດທ່ຽວຕ່າງປະເທດຂອງຈີນ ຈະຊຸກຍູ້ຂະບວນການຟື້ນຟູ ການທ່ອງທ່ຽວທົ່ວໂລກຢ່າງຫຼວງຫຼາຍ

2023-01-13 14:51:35 cri

ເວລາປະມານ 12 ໂມງຂອງວັນທີ 9 ມັງກອນນີ້, ເຮືອບິນໂດຍສານທີ່ບັນຈຸ ນັກທ່ອງທ່ຽວຈີນ 269 ຄົນ ໄດ້ລົງຈອດສະໜາມບິນສາກົນສຸວັນນະພູມຂອງໄທຢ່າງປອດໄພ, ນີ້ເປັນນັກທ່ອງທ່ຽວຈີນຊຸດທໍາອິດທີ່ໄປທ່ຽວໄທຫຼັງຈາກຈີນໄດ້ປັບມາດຕະການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ເປັນ “ການຄຸ້ມຄອງລະດັບ ຂ ປະເພດ ຂ” . ທ່ານ ອະນຸທິນ ຊານວິຣະກຸນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງສາທາລະນະສຸກໄທ ພ້ອມດ້ວຍທ່ານ ສັກສະຫຍາມ ຊິດຊອບ ລັດຖະມົນຕີກະຊວງຄົມມະນາຄົມໄທ ແລະ ທ່ານ ພິພັດ ຣັດຊະກິດປະການ ລັດຖະມົນຕີກະຊວງການທ່ອງທ່ຽວ ແລະກິລາໄທ ໄດ້ໄປຕ້ອນຮັບນັກທ່ອງທ່ຽວຈີນດັ່ງກ່າວ ຢູ່ສະໜາມບິນສາກົນສຸວັນນະພູມ.

ກ່ອນເກີດມີການແພ່ລະບາດຂອງພະຍາດໂຄວິດ-19, ຈີນເປັນໜຶ່ງໃນຕະຫຼາດນັກທ່ອງທ່ຽວທີ່ໃຫຍ່ທີ່ສຸດຂອງໄທ ເຊິ່ງກວມເອົາປະມານ 1/3 ຂອງນັກທ່ອງທ່ຽວທີ່ໄປທ່ຽວໄທ. ຕາມຂໍ້ມູນຫຼ້າສຸດຂອງທາງການໄທສະແດງໃຫ້ເຫັນວ່າ: ໃນປີ 2019, ມີນັກທ່ອງທ່ຽວຈີນປະມານ 11 ລ້ານຄົນໄປທ່ຽວໄທ ເຊິ່ງໄດ້ສ້າງລາຍໄດ້ປະມານ 17 ຕື້ໂດລາສະຫະລັດໃຫ້ແກ່ໄທ ແລະ ໄດ້ສົ່ງເສີມຄວາມຈະເລີນຮຸ່ງ ເຮືອງຂອງຕະຫຼາດທ້ອງຖິ່ນ. ປັດຈຸບັນ, ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງໄທໄດ້ກຽມພ້ອມເພື່ອຕ້ອນຮັບນັກທ່ອງທ່ຽວຈີນຈໍານວນຫຼວງຫຼາຍທີ່ຈະໄປທ່ຽວໄທ. ອົງການທ່ອງທ່ຽວໄທຄາດຄະເນວ່າ: ໃນໄຕມາດທໍາອິດຂອງປີ 2023 ນີ້ ຈະມີນັກທ່ອງທ່ຽວຈີນ 3 ແສນເທື່ອຄົນໄປທ່ຽວໄທ ແລະ ໃນຕະຫຼອດປີ 2023 ຈະມີນັກທ່ອງທ່ຽວຈີນ 5 ລ້ານເທື່ອຄົນໄປທ່ຽວໄທ.

ກ່ອນເກີດມີການແພ່ລະບາດຂອງພະຍາດໂຄວິດ-19, ຈີນເປັນຕະຫຼາດນັກທ່ອງທ່ຽວທີ່ໃຫຍ່ທີ່ສຸດຂອງປະເທດຕ່າງໆໃນໂລກໃນຫຼາຍປີຕິດຕໍ່ກັນ. ໃນປີ 2019, ພົນລະເມືອງຈີນທີ່ໄປທ່ຽວຕ່າງປະເທດມີເຖິງ 169 ລ້ານເທື່ອຄົນ ເຊິ່ງເປັນອັນດັບທີໜຶ່ງຂອງໂລກ. ລາຍຈ່າຍໃນດ້ານການທ່ອງທ່ຽວຕ່າງປະເທດຂອງພົນລະ ເມືອງຈີນ ໄດ້ກວມເອົາປະມານ 1/5 ຂອງລາຍຈ່າຍລວມດ້ານການທ່ອງທ່ຽວຂອງທົ່ວໂລກ.

ວັນທີ 8 ມັງກອນນີ້, ຫຼັງຈາກຈີນໄດ້ປັບມາດຕະການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ເປັນ “ການຄຸ້ມຄອງລະດັບ ຂ ປະເພດ ຂໍ” ຢ່າງເປັນທາງການ, ຈີນກໍໄດ້ເລີ່ມປະຕິບັດມາດຕະການປັບປຸງການກວດຄົນເຂົ້າ-ອອກເມືອງເຊັ່ນກັນ. ຈີນຈະຟື້ນຟູການໄປທ່ຽວຕ່າງປະເທດຂອງພົນລະເມືອງຈີນຢ່າງເປັນລະບຽບ, ຕະຫຼາດການທ່ອງທ່ຽວທົ່ວໂລກໄດ້ມີການຕອບຮັບຢ່າງຄຶກຄັກຕໍ່ກັບເລື່ອງນີ້. ລັດຖະມົນຕີກະຊວງສາທາລະນະສຸກໄທ ພ້ອມດ້ວຍລັດຖະມົນຕີກະຊວງຄົມມະນາຄົມໄທ ແລະ ລັດຖະມົນຕີກະຊວງການທ່ອງທ່ຽວ ແລະກິລາໄທ ທີ່ໄປຕ້ອນຮັບນັກທ່ອງທ່ຽວຈີນ ຢູ່ສະໜາມບິນໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າ: ລັດຖະບານໄທໃຫ້ຄວາມສໍາຄັນຕໍ່ນັກທ່ອງທ່ຽວຈີນ. ໃນຫວ່າງມໍ່ໆມານີ້, ທ່ານຮຸນເຊນ ນາຍົກລັດຖະມົນຕີກໍາປູເຈຍ ກໍໄດ້ກ່າວວ່າ: ຈີນຟື້ນຟູການໄປທ່ຽວຕ່າງປະເທດຢ່າງເປັນລະບຽບ ບໍ່ພຽງແຕ່ມີຜົນດີຕໍ່ກໍາປູເຈຍເທົ່ານັ້ນ, ແຕ່ຍັງຈະສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ກັບໂລກອີກດ້ວຍ. ບໍລິສັດທ່ອງທ່ຽວຫຼາຍແຫ່ງ ແລະຫຼາຍທ້ອງຖິ່ນຂອງຫວຽດນາມກໍໄດ້ເລີ່ມປະຕິບັດໂຄງການຕ່າງໆ ເພື່ອຕ້ອນຮັບນັກທ່ອງທ່ຽວຈີນ.