ປຶ້ມຫົວໜຶ່ງທີ່ອ່ານບໍ່ຈົບຈັກເທື່ອ

2023-01-13 10:31:19 cri



ເວົ້າສຳລັບປະເທດຈີນແລ້ວ, ປີ 2022 ເປັນປີທີ່ບໍ່ທຳມະດາທີ່ສຸດ. ໄລຍະໜຶ່ງປີຜ່ານມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເອົາໃຈໃສ່ປະຊາຊົນ, ດຸໝັ່ນເຮັດວຽກສ່ວນລວມແຕ່ເຊົ້າຈົນຄ່ຳ, ສາມັກຄີແລະນຳພາທົ່ວພັກ ທົ່ວກອງທັບ ແລະປະຊາຊົນບັນດາເຜົ່າທົ່ວປະເທດບຸກບືນຢ່າງຫ້າວຫັນ, ສູ້ຊົນກ້າວເດີນໄປຂ້າງໜ້າຢ່າງອາດຫານກ້າແກ່ນ, ເປີດຂະບວນການໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ. ຕໍ່ໄປແມ່ນ “ພາບເດັ່ນຂອງທ່ານສີຈິ້ນຜິງໃນປີ 2022” ທີ່ມີຫົວຂໍ້ວ່າ: “ປຶ້ມຫົວໜຶ່ງທີ່ອ່ານບໍ່ຈົບຈັກເທື່ອ”.

 



ວັນທີ 27 ຕຸລາ 2022, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນຫາກໍອັດລົງໄດ້ບໍ່ຮອດໜຶ່ງອາທິດ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ນຳພາຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນຊຸດໃໝ່ເດີນທາງໄປແຂວງສ້ານຊີ່ ເພື່ອຢ້ຽມຊົມ ອະນຸສອນສະຖານປະຕິວັດຢຽນອ່ານ, ຫວນຄືນເຖິງວັນເວລາທີ່ບໍ່ທຳມະດາຂອງຄະນະກຳມະການສູນກາງພັກກອມມູນິດຈີນຢູ່ຢຽນອ່ານໃນໄລຍະສົງຄາມປະຕິວັດ, ຈຳຈົດອາໄລຮັກແລະຮູ້ບຸນຄຸນເຖິງຄຸນງາມຄວາມດີ ແລະຜົນງານອັນໃຫຍ່ຫຼວງຂອງນັກປະຕິວັດຮຸ່ນອາວຸໂສ, ປະຕິຍານເຖິງຄວາມໝາຍໝັ້ນອັນໜັກແໜ້ນຂອງຄະນະນຳສູນກາງພັກຊຸດໃໝ່ໃນການສືບທອດມູນເຊື້ອປະຕິວັດ ແລະນ້ຳໃຈສູ້ຊົນ ເພື່ອມອບຄຳຕອບທີ່ດີເດັ່ນໃຫ້ກັບປະຫວັດສາດ ແລະປະຊາຊົນບົນເສັ້ນທາງຜ່ານຜ່າການທົດສອບຄັ້ງໃໝ່.

 

ທ່ານສີຈິ້ນຜິງເວົ້າດ້ວຍຄວາມດູດດື່ມວ່າ: ອະນຸສອນສະຖານປະຕິວັດຢຽນອ່ານໄດ້ເປັນສັກຂີພິຍານໃຫ້ແກ່ຂະບວນວິວັດອັນສະຫງ່າລາສີຂອງພັກພວກເຮົາໃນການນຳພາການປະຕິວັດຂອງຈີນ ແລະຄົ້ນຄວ້າການຫັນລັດທິມາກໃຫ້ເປັນແບບຈີນ ໄປພ້ອມກັບຍຸກສະໄໝໃນໄລຍະຢູ່ຢຽນອ່ານ, ເຊິ່ງເປັນປຶ້ມຫົວໜຶ່ງທີ່ອ່ານບໍ່ຈົບຈັກເທື່ອ.

 

“ປຶ້ມ” ທີ່ທ່ານສີຈິ້ນຜິງໄດ້ເວົ້າເຖິງຫົວນີ້ ໄດ້ບັນທຶກທາດແທ້ປະຕິວັດແລະມູນເຊື້ອປະຕິວັດ, ໄດ້ເຊື່ອງຊ້ອນເຄັດລັບດ້ານຈິດໃຈຂອງຊາວກອມມູນິດຈີນ, ເປັນຊັບສິນດ້ານຈິດໃຈອັນລ້ຳຄ່າຂອງປະຊາຊາດຈີນ. “ປຶ້ມ” ຫົວນີ້, ອ່ານເທື່ອໃດກໍຈະໄດ້ຄວາມຮັບຮູ້ໃໝ່, ອ່ານເທື່ອໃດກໍຈະໄດ້ຮັບສິ່ງຫຼໍ່ລ້ຽງດ້ານຈິດໃຈອັນອຸດົມສົມບູນ ແລະໄດ້ຮັບແຮງບັນດານໃຈອັນເລິກເຊິ່ງ.

 

ຢຽນອ່ານ ເປັນສະຖານທີ່ສັກກາລະບູຊາແຫ່ງການປະຕິວັດຈີນ,ເປັນຖິ່ນກຳເນີດຂອງປະເທດຈີນໃໝ່. ຢູ່ບົນດິນແດນປະຕິວັດແຫ່ງນີ້, ຄະນະກຳມະການສູນກາງພັກກອມມູນິດຈີນ ແລະ ນັກປະຕິວັດຮຸ່ນອາວຸໂສເຊັ່ນ:ສະຫາຍເໝົາເຈີຕຸງເປັນຕົ້ນ ໄດ້ດຳລົງຊີວິດແລະຕໍ່ສູ້ ເປັນເວລາ 13 ປີ, ໄດ້ນຳພາພາລະກິດປະຕິວັດຈີນຈາກຈຸດຕ່ຳກ້າວໄປສູ່ຈຸດສູງ, ບັນລຸໃຫ້ມີບາດລ້ຽວຄັ້ງປະຫວັດສາດ, ໄດ້ປ່ຽນຊາຕາກຳ ແລະອະນາຄົດຂອງຈີນ.

 

ປະຫວັດສາດຂອງພັກເປັນປຶ້ມຕຳລາຮຽນທີ່ມີຊີວິດຊີວາທີ່ສຸດແລະໜ້າເຊື່ອຖືທີ່ສຸດ. ຄືດັ່ງຄຳເວົ້າຂອງທ່ານສີຈິ້ນຜິງທີ່ວ່າ: ທຸກເຫດການປະຫວັດສາດ, ວິລະຊົນປະຕິວັດທຸກທ່ານ, ນ້ຳໃຈປະຕິວັດທຸກຢ່າງ, ວັດຖຸພັນປະຕິວັດທຸກອັນ, ລ້ວນແຕ່ໄດ້ຕາງໜ້າໃຫ້ຂະບວນວິວັດອັນສະຫງ່າລາສີທີ່ພັກພວກເຮົາໄດ້ເດີນຜ່ານມາ, ແລະຜົນສຳເລັດອັນໃຫຍ່ຫຼວງທີ່ຍາດມາໄດ້, ແມ່ນສະແດງໃຫ້ເຫັນເຖິງຄວາມໃຝ່ຝັນກັບເປົ້າໝາຍສູ້ຊົນ, ຄວາມສັດທາກັບຄວາມຮັບຜິດຊອບ, ການເສຍສະຫຼະ ແລະການອຸທິດຂອງພັກພວກເຮົາ, ທັງໝົດເຫຼົ່ານີ້ໄດ້ໂຮມເຂົ້າກາຍເປັນທາດແທ້ປະຕິວັດຂອງພັກພວກເຮົາ.

 

ການສືບທອດທາດແທ້ປະຕິວັດ, ສືບທອດມູນເຊື້ອປະຕິວັດ, ສ້າງໃຫ້ມີສະຕິປັນຍາແລະຝຶກຝົນຫຼໍ່ຫຼອມຄຸນທາດດ້ວຍການປະດິດສ້າງຈາກພຶດຕິກຳແລະບົດຮຽນປະຫວັດສາດຂອງພັກ, ນີ້ເປັນສິ່ງທີ່ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ຢ່າງສະເໝີຕົ້ນສະເໝີປາຍ.

 

ປີ 2022, ໃນເວລາລົງເຄື່ອນໄຫວສຳຫຼວດກວດກາວຽກງານຢູ່ທ້ອງຖິ່ນຕ່າງໆ, ທ່ານສີຈິ້ນຜິງໄດ້ຊີ້ນຳຢູ່ເລື້ອຍໆໃຫ້ສະມາຊິກພັກ-ພະນັກງານທັງຫຼາຍຕ້ອງເອົາໃຈໃສ່ການອະນຸລັກແລະນຳໃຊ້ຊັບພະຍາກອນປະຫວັດສາດການປະຕິວັດ, ຖືເອົາການຮ່ຳຮຽນປະຫວັດສາດຂອງພັກເປັນວິຊາບັງຄັບແລະຕ້ອງຮຽນເປັນປະຈຳ.

 

ເດືອນເມສາ ປີ2022, ໃນເວລາສຳຫຼວດກວດກາວຽກງານຢູ່ແຂວງໄຫຫຼຳ, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ, ຕ້ອງປັບປຸງແລະເສີມຂະຫຍາຍໝາກຜົນການສຶກສາອົບຮົມດ້ານປະຫວັດສາດຂອງພັກ, ເຊີດຊູນ້ຳໃຈສ້າງຕັ້ງພັກອັນຍິ່ງໃຫຍ່, ນຳໃຊ້ຊັບພະຍາກອນປະຫວັດສາດການປະຕິວັດຕ່າງໆຂອງແຂວງໄຫຫຼຳ ເຊັ່ນ: ອະນຸສອນສະຖານກອງພົນສົງຢາ, ອະນຸສອນສະຖານກອງທະຫານແດງເພດຍິງແລະອື່ນໆ  ເພື່ອນຳພາສະມາຊິກພັກ-ພະນັກງານອັນມະຫາສານ ເພີ່ມທະວີອຸດົມຄະຕິໃຫ້ໜັກແໜ້ນ, ສືບທອດມູນເຊື້ອປະຕິວັດແລະທາດແທ້ປະຕິວັດ.

 

ເດືອນເມສາ ປີ 2022, ໃນເວລາຢ້ຽມຢາມມະຫາວິທະຍາໄລປະຊາຊົນຈີນ, ທ່ານສີຈິ້ນຜິງໄດ້ຊີ້ນຳວ່າ: ຕ້ອງເພີ່ມທະວີວຽກງານຂຸດຄົ້ນ, ຮຽບຮຽງແລະສຶກສາຄົ້ນຄວ້າຂໍ້ມູນປະຫວັດສາດຂອງມະຫາວິທະຍາໄລ, ເລົ່າເລື່ອງລາວກ່ຽວກັບພັກກອມມູນິດຈີນໃຫ້ດີ,ເລົ່າເລື່ອງລາວກ່ຽວກັບພັກສ້າງຕັ້ງມະຫາວິທະຍາໄລປະຊາຊົນໃຫ້ດີ, ເພື່ອກະຕຸ້ນເຕືອນຈິດສຳນຶກຂອງນັກສຶກສາແລະຄູອາຈານທັງຫຼາຍໃຫ້ສືບທອດມູນເຊື້ອອັນດີງາມແລະສືບທອດທາດແທ້ປະຕິວັດ.

 

ເດືອນກໍລະກົດ ປີ 2022, ໃນເວລາສຳຫຼວດກວດກາວຽກງານຢູ່ເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງ, ທ່ານສີຈິ້ນຜິງໄດ້ຊີ້ນຳວ່າ: ຕ້ອງປັບປຸງແລະເສີມຂະຫຍາຍໝາກຜົນການສຶກສາອົບຮົມດ້ານປະຫວັດສາດຂອງພັກ, ນຳພາສະມາຊິກພັກ-ພະນັກງານອັນມະຫາສານ ເພີ່ມທະວີອຸດົມຄະຕິໃຫ້ໜັກແໜ້ນ, ສືບທອດມູນເຊື້ອປະຕິວັດແລະທາດແທ້ປະຕິວັດ.

 

ເດືອນສິງຫາ ປີ 2022, ໃນເວລາລົງເຄື່ອນໄຫວຢ້ຽມຢາມແຂວງລຽວນິງ, ທ່ານສີຈິ້ນຜິງໄດ້ເນັ້ນໜັກໃຫ້ເລົ່າເລື່ອງລາວຂອງພັກ, ເລື່ອງລາວການປະຕິວັດແລະເລື່ອງລາວວິລະຊົນໃຫ້ດີ, ສືບທອດມູນເຊື້ອປະຕິວັດໃຫ້ຄົນຮຸ່ນຕໍ່ຕໍ່ໄປ, ເພື່ອຮັບປະກັນໃຫ້ພາລະກິດປະເທດສັງຄົມນິຍົມມີຜູ້ສືບທອດ ແລະສືບທອດກັນໄປແຕ່ລະເຊັ່ນຄົນຕະຫຼອດໄປ.

 

ເມື່ອຫວນຄືນປະຫວັດສາດເປັນເວລາ100ປີຂອງພັກກອມມູນິດຈີນແລ້ວເຫັນວ່າ: ພັກກອມມູນິດຈີນສາມາດສາມັກຄີ ແລະນຳພາປະຊາຊົນບຸກບືນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນາໆທີ່ເບິ່ງຄືບໍ່ສາມາດຜ່ານຜ່າໄດ້,ສາມາດສ້າງສິ່ງມະຫັດສະຈັນຕ່າງໆທີ່ບັນທຶກໄວ້ບົນໜ້າປະຫວັດສາດຂຶ້ນໄດ້ ກໍຍ້ອນໄດ້ອາໄສສິ່ງສຳຄັນຢ່າງໜຶ່ງຄື: ການສືບທອດທາດແທ້ປະຕິວັດຢ່າງບໍ່ມີວັນສິ້ນສຸດ.

 

ທ່ານສີຈິ້ນຜິງເຄີຍຊີ້ໃຫ້ເຫັນວ່າ: ພວກເຮົາຫວນຄືນປະຫວັດສາດ ບໍ່ແມ່ນເພື່ອຫາຄວາມປະໂລມໃຈຈາກຜົນສຳເລັດ,ຍິ່ງບໍ່ແມ່ນເພື່ອອ້າງອີງຄຸນງາມຄວາມດີທີ່ສ້າງມາໄດ້ ແລ້ວຫາຂໍ້ອ້າງເພື່ອຫຼົບຫຼີກຄວາມຫຍຸ້ງຍາກແລະບັນຫາທີ່ພວມປະເຊີນໜ້າຢູ່ໃນທຸກມື້ນີ້, ແຕ່ແມ່ນເພື່ອຖອດຖອນບົດຮຽນປະຫວັດສາດ, ກຳກັບກົດເກນປະຫວັດສາດ,ເພີ່ມຄວາມອາດຫານແລະພະລັງແຮງໃນການບຸກບືນກ້າວເດີນໄປຂ້າງໜ້າ. ຖືເອົາປະຫວັດສາດການປະຕິວັດເປັນແວ່ນແຍງເພື່ອເບິ່ງສະພາບຕົວຈິງໃນປັດຈຸບັນ ແລະມີວິໄສທັດອັນຍາວໄກ. ພວກເຮົາຈິ່ງຈະສາມາດເຫັນໄດ້ຢ່າງຈະແຈ້ງວ່າ: ເປັນຫຍັງຈິ່ງປະສົບຜົນສຳເລັດໄດ້ໃນໄລຍະຜ່ານມາ ແລະເຂົ້າໃຈໄດ້ວ່າ: ໃນອະນາຄົດຄວນເຮັດແນວໃດຈິ່ງຈະສາມາດໄດ້ຮັບຜົນສຳເລັດຕໍ່ໄປ.

 

ການສືບທອດທາດແທ້ປະຕິວັດແລະສືບທອດມູນເຊື້ອປະຕິວັດ ເປັນຄວາມຮຽກຮ້ອງອັນຈຳເປັນຂອງການຊຸກຍູ້ພາລະກິດອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ, ເປັນຄວາມຮຽກຮ້ອງອັນຈຳເປັນຂອງການຍຶດໝັ້ນແລະພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ເປັນຄວາມຮຽກຮ້ອງອັນຈຳເປັນຂອງການເຮັດໃຫ້ພັກກອມມູນິດຈີນຮັກສາໄດ້ພະລັງຊີວິດຊີວາຕະຫຼອດໄປ.