ຍີ່ປຸ່ນບໍ່ເອົາຫົວຊານຳສຽງຄັດຄ້ານຈາກທັງພາຍໃນແລະຕ່າງປະເທດປະກາດວ່າຈະເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄຼຍລົງສູ່ທະເລໃນລະດູໃບໄມ້ປົ່ງຫຼືລະດູຮ້ອນປີ 2023

2023-01-14 14:32:39 CRI

 

ຕາມຂ່າວCRI: ໂດຍບໍ່ເອົາຫົວຊານຳສຽງຄັດຄ້ານຈາກທັງພາຍໃນປະເທດແລະປະຊາຄົມໂລກ, ລັດຖະບານຍີ່ປຸ່ນໄດ້ປະກາດໃນວັນທີ 13 ມັງກອນນີ້ວ່າ: ໃນ ລະດູໃບໄມ້ປົ່ງຫຼືລະດູຮ້ອນປີນີ້ຈະເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄຼຍຂອງໂຮງໄຟຟ້ານິວເຄຼຍຟູຄູຊີມາແຫ່ງທຳອິດເຊິ່ງໄດ້ຮັບການຊຳລະລົງສູ່ທະເລ.

 

ຕາມການລາຍງານຈາກຂ່າວສານຄຽວໂດຂອງຍີ່ປຸ່ນໃຫ້ຮູ້ວ່າ: ລັດຖະບານຍີ່ປຸ່ນໄດ້ຈັດກອງປະຊຸມຄະນະລັດຖະບານໃນວັນທີ 13 ມັງກອນນີ້, ໂດຍໄດ້ປຶກສາຫາລືກ່ຽວກັບບັນຫາການຊຳລະນ້ຳປົນເປື້ອນລັງສີນິວເຄຼຍຂອງໂຮງໄຟຟ້ານິວເຄຼຍຟູຄູຊີມາ, ຕົກລົງວ່າຖ້າຮອດເວລາທີ່ໄດ້ສ້າງສິ່ງກໍ່ສ້າງທີ່ກ່ຽວຂ້ອງໃຫ້ສຳເລັດແລະໄດ້ຜ່ານການກວດສອບຂອງຄະນະກຳມະການກົດລະບຽບພະລັງງານປະລະມານູເຊິ່ງເປັນອົງການຕິດຕາມຄຸ້ມຄອງນິວເຄຼຍຂອງຍີ່ປຸ່ນແລ້ວ, ຈຶ່ງເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄຼຍລົງສູ່ທະເລ, ເວລາຈະຢູ່ລະຫວ່າງລະດູໃບໄມ້ປົ່ງຫາລະດູຮ້ອນປີນີ້.