ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກຄອມມູນິດຈີນ ແລະທ່ານຫງວຽນຟູຈອງ ເລຂາທິການໃຫຍ່ສູນກາງພັກຄອມມູນິດຫວຽດນາມໄດ້ສົ່ງສານອວຍພອນປີໃໝ່ເຊິ່ງກັນ ແລະກັນ

2023-01-14 17:00:30 cri

ວັນທີ 14 ມັງກອນນີ້, ເນື່ອງໃນໂອກາດບຸນປີໃໝ່ເຊິ່ງເປັນບຸນປະເພນີຂອງປະຊາຊົນສອງຊາດຈີນ-ຫວຽດນາມໃກ້ຈະວຽນມາເຖິງນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ແລະທ່ານຫງວຽນຟູຈອງ ເລຂາທິການໃຫຍ່ສູນກາງພັກຄອມມູນິດຫວຽດນາມໄດ້ສົ່ງສານອວຍພອນປີໃໝ່ເຊິ່ງກັນ ແລະກັນ.

 

ທ່ານສີຈິ້ນຜິງໄດ້ຕາງໜ້າພັກ, ລັດ ແລະປະຊາຊົນຈີນ, ສົ່ງຄວາມຢື້ຢາມຖາມຂ່າວ ແລະຄວາມອວຍພອນປີໃໝ່ຢ່າງຈິງໃຈໄປຍັງທ່ານຫງວຽນຟູຈອງ, ພ້ອມດ້ວຍພັກ, ລັດ ແລະປະຊາຊົນຫວຽດນາມ.

 

ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງຍັງລະບຸວ່າ: ປີ 2022 ແມ່ນປີທີ່ມີຄວາມໝາຍຫຼັກທາງດ້ານການພົວພັນຈີນ-ຫວຽດນາມ. ຈ້ອງມອງປີ 2023, ຂ້າພະເຈົ້າຍິນດີຮັກສາການຕິດຕໍ່ພົວພັນຢ່າງແໜ້ນແຟ້ນກັບທ່ານຫງວຽນຟູຈອງ, ຊີ້ນຳນຳພາການຂະຫຍາຍການພົວພັນຈີນ-ຫວຽດນາມໃຫ້ຕໍ່ເນື່ອງປອດໃສ ແລະໝັ້ນທ່ຽງ.

 

ເນື້ອໃນສານອວຍພອນຂອງທ່ານຫງວຽນຟູຈອງລະບຸວ່າ: ຍິນດີຮ່ວມກັບທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກຄອມມູນິດຈີນ, ຊີ້ນຳທິດທາງກ້າວໄປໜ້າ ແລະວາງແຜນການຍຸດທະສາດໃຫ້ແກ່ການຂະຫຍາຍການພົວພັນລະຫວ່າງສອງພັກສອງລັດຢ່າງບໍ່ຢຸດຢັ້ງ ແລະກ້າວຂຶ້ນສູ່ລະດັບໃໝ່.