ຮອງນາຍົກຈີນຈະເດີນທາງໄປເຂົ້າຮ່ວມກອງປະຊຸມປະຈຳປີ 2023 ຂອງເວທີປຶກສາຫາລືເສດຖະກິດໂລກແລະຢ້ຽມຢາມສະວິສ

2023-01-14 14:31:46 CRI

 

ຕາມຂ່າວCRI: ວັນທີ 13 ມັງກອນນີ້, ທ່ານຫວ່າງເວີນປີ່ນ, ໂຄສົກກະຊວງການຕ່າງປະເທດຈີນໄດ້ປະກາດວ່າ: ໂດຍຕອບສະໜອງການເຊື້ອເຊີນຈາກທ່ານຄຼາວສ ມາຕິນ ສວາບ, ຜູ້ສ້າງຕັ້ງທັງເປັນປະທານຂອງເວທີປຶກສາຫາລືເສດຖະກິດໂລກແລະລັດຖະບານສະຫະພັນສະວິສ, ທ່ານຫຼິວເຮີ້, ຮອງນາຍົກລັດຖະມົນຕີຈີນຈະເດີນທາງໄປເຂົ້າຮ່ວມກອງປະຊຸມປະຈຳປີ 2023 ຂອງເວທີປຶກສາຫາລືເສດຖະກິດໂລກແລະຢ້ຽມຢາມສະວິສນັບແຕ່ວັນທີ 15 ຫາວັນທີ 19 ມັງກອນນີ້.