ຈີນຍິງສົ່ງດາວທຽມ 3 ດວງເຂົ້າສູ່ວົງໂຄຈອນຢ່າງສຳເລັດຜົນ

2023-01-14 15:02:57 cri

 

ເວລາ 15 ໂມງຂອງວັນທີ 13 ມັງກອນນີ້, ຈີນໄດ້ນຳໃຊ້ຈະຫຼວດສົ່ງຍານຊາງເຈິ່ງ 2D ຍິງສົ່ງດາວທຽມສຳຫຼວດທາງໄກເລກ 37 ພ້ອມດ້ວຍດາວທຽມທົດລອງເລກ 22 A ແລະBຢ່າງສຳເລັດຜົນຢູ່ສູນສົ່ງດາວທຽມຈິວຊວນ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳດວກ, ໜ້າທີ່ຍິງສົ່ງເທື່ອນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

 

ດາວທຽມ 3 ດວງດັ່ງກ່າວຕົ້ນຕໍຈະໃຊ້ເຂົ້າໃນການທົດລອງເຕັກນິກໃໝ່ ເຊັ່ນ: ການຕິດຕາມວັດແທກສິ່ງແວດລ້ອມອະວະກາດ ແລະອື່ນໆຢູ່ຕາມວົງໂຄຈອນ.

 

ພາລະກິດຄັ້ງນີ້ແມ່ນການບິນເທື່ອທີ 461 ຂອງຈະຫຼວດສົ່ງຍານລະບົບຊາງເຈິ່ງ.