ຄວາມໜຽວແໜ້ນ ແລະ ຄວາມມີຊີວິດຊີວາດ້ານການຄ້າຕ່າງປະເທດຂອງຈີນມາຈາກໃສ?

2023-01-14 13:41:21 cri

ວັນທີ 13 ມັງກອນນີ້, ອົງການພາສີແຫ່ງຊາດຈີນໄດ້ເປີດເຜີຍຂໍ້ມູນ ໂດຍສະແດງໃຫ້ເຫັນວ່າ: ລວມຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນໃນປີ 2022 ໄດ້ບັນລຸເຖິງ 42.070 ຕື້ຢວນ, ເພີ່ມຂຶ້ນ 7,7% ເມື່ອທຽບໃສ່ປີ 2021. ນີ້ເປັນຄັ້ງທໍາອິດທີ່ລວມຍອດມູນຄ່າການຄ້າຕ່າງປະເທດຂອງຈີນບັນລຸຫຼາຍກວ່າ 40.000 ຕື້ຢວນ ແລະ ຮັກສາຖານະການຄ້າສິນຄ້າປະເພດຈັບຕ້ອງໄດ້ໃຫຍ່ອັນດັບໜຶ່ງຂອງໂລກເປັນເວລາ 6 ປີຕິດຕໍ່ກັນ. ໃນປີ 2022, ຄວາມສ່ຽງດ້ານເສດຖະກິດຊຸດໂຊມລົງໄດ້ເພີ່ມຂຶ້ນ, ການເຕີບໂຕຂອງຄວາມຕ້ອງການຈາກພາຍນອກຫຼຸດຜ່ອນລົງຢ່າງຕໍ່ເນື່ອງ ແລະ ການແພ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ສ້າງຜົນກະທົບຕໍ່ທົ່ວໂລກ, ແຕ່ການຄ້າຕ່າງປະເທດຂອງຈີນໄດ້ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນານາ ແລະ ມີການບຸກທະລຸບົນພື້ນຖານສະຖິຕິສູງຂອງປີ 2021. ຜົນງານຂອງການຄ້າຕ່າງປະເທດຂອງຈີນໃນປີ 2022 ໄດ້ເພີ່ມທະວີຄວາມໝັ້ນໃຈຂອງປະຊາຄົມໂລກທີ່ມີຕໍ່ເສດຖະກິດຈີນຕື່ມອີກ.

ການຄ້າຕ່າງປະເທດສາມາດສ່ອງແສງໃຫ້ເຖິງສະພາບການຂອງເສດຖະກິດ. ການຄ້າຕ່າງປະເທດຈີນໄດ້ຮັບຜົນງານດີເດັ່ນ ກໍສະແດງໃຫ້ເຫັນວ່າ: ເສດຖະກິດຈີນມີຄວາມໜຽວແໜ້ນ, ມີກໍາລັງບົ່ມຊ້ອນ ແລະ ມີຊີວິດຊີວາຢ່າງຫຼວງຫຼາຍ ແລະປັດໄຈພື້ນຖານທີ່ສະໜັບສະໜູນການເຕີບໂຕໃນໄລຍະຍາວບໍ່ມີການປ່ຽນແປງແຕ່ຢ່າງໃດ.

ຄວາມໜຽວແໜ້ນ ແລະ ຄວາມມີຊີວິດຊີວາຂອງການຄ້າຕ່າງປະເທດຈີນແມ່ນມາຈາກໃສ? ຖ້າເບິ່ງຕາມການສົ່ງອອກແລ້ວ ແມ່ນຍ້ອນຈີນໄດ້ສຸມກໍາລັງເຂົ້າໃນສອງປັດໄຈທີ່ສໍາຄັນຄື: ຕະຫຼາດ ແລະ ຜະລິດຕະພັນ. ຖ້າເບິ່ງຕາມການນໍາເຂົ້າແລ້ວ ແມ່ນຍ້ອນຄວາມຕ້ອງການຂອງຕະຫຼາດພາຍໃນປະເທດທີ່ມີກຳລັງບົ່ມຊ້ອນອັນມະຫາສານຂອງຈີນ ໄດ້ໃຫ້ການຄໍ້າປະກັນທີ່ແຂງແຮງ.

ໃນປີ 2022, ຄູ່ຮ່ວມມືດ້ານການຄ້າຕ່າງປະເທດຂອງຈີນໄດ້ມີການພົວພັນທີ່ຮັດແໜ້ນ ແລະ ເປີດກວ້າງ ຄື: ການສົ່ງອອກຂອງຈີນຕໍ່ອາຊຽນ, ສະຫະພາບເອີຣົບ ແລະ ຄູ່ການຄ້າໃຫຍ່ອື່ນໆທີ່ສໍາຄັນ ຕ່າງກໍໄດ້ຮັກສາຈັງຫວະການເຕີບໂຕທີ່ອ່າວວ່ອງໄວ; ການສົ່ງອອກຂອງຈີນຕໍ່ປະເທດທີ່ຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເພີ່ມຂຶ້ນ 20%.

ພາຍໃຕ້ສະພາບການທີ່ເຊື້ອພະຍາດໂຄວິດ-19 ກໍາລັງແພ່ລະບາດ, ການຄ້າ ຕ່າງປະເທດຂອງຈີນໄດ້ເສີມຂະຫຍາຍທ່າແຮງຂອງຕົນ ຄື: ອຸດສາຫະກໍາການ ຜະລິດມີຄວາມສາມາດສູງ ແລະ ຕ່ອງໂສ້ການສະໜອງມີຄວາມອຸດົມສົມບູນ ເຊິ່ງ ໄດ້ທົດແທນໃສ່ຊ່ອງຫວ່າງການສະໜອງທົ່ວໂລກ ແລະ ປະກອບສ່ວນອັນສໍາຄັນ ເຂົ້າໃນການຟື້ນຟູການຄ້າທົ່ວໂລກ ແລະເສດຖະກິດໂລກ.

    ໃນກອງປະຊຸມວຽກງານເສດຖະກິດສູນກາຈີນທີ່ຈັດຂຶ້ນໃນທ້າຍປີ 2022, “ການເປີດກວ້າງຄວາມຕ້ອງການພາຍໃນປະເທດ” ແລະ “ຍຶດໝັ້ນການເປີດປະຕູສູ່ພາຍນອກໃນລະດັບສູງ” ແມ່ນຫົວຂໍ້ທີ່ສໍາຄັນ. ໃນປີ 2023 ນີ້, ການຄ້າ ຕ່າງປະເທດຂອງຈີນຈະມີພະລັງຊີວິດໃໝ່ຢ່າງບໍ່ຢຸດຢັ້ງ ແລະມີພະລັງຊຸກດັນຢ່າງ ຫຼວງຫຼາຍ ເຊິ່ງຈະຊ່ວຍໃຫ້ເສດຖະກິດຈີນເພີ່ມຄວາມໄວໃນການພັດທະນາ ແລະ ສືບຕໍ່ເປັນພະລັງຂັບເຄື່ອນທີ່ສໍາຄັນຂອງການເຕີບໂຕຂອງເສດຖະກິດໂລກ.