ລັດຖະມົນຕ່ກະຊວງຍຸຕິທຳອາເມຣິກາແຕ່ງຕັ້ງໄອຍະການພິເສດເພື່ອສຳຫຼວດເລື່ອງກ່ຽວກັບທ່ານໂຈ ໄບເດັນຊຳລະເອກະສານຄວາມລັບ

2023-01-14 15:33:15 cri

 

ວັນທີ 12 ມັງກອນນີ້, ທ່ານເມຣີກ ກາແລນ ລັດຖະມົນຕີກະຊວງຍຸຕິທຳອາເມຣິກາໄດ້ແຕ່ງຕັ້ງໄອຍະການພິເສດຜູ້ໜຶ່ງ, ຮັບຜິດຊອບການສຳຫຼວດເລື່ອງກ່ຽວກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຊຳລະເອກະສານຄວາມລັບ. ທ່ານໂຣເບີດ ຮູ ອະດີດໄອຍະການຂອງສະຫະລັດອາເມຣິກາໄດ້ຮັບໜ້າທີ່ເທື່ອນີ້, ໄດ້ຮັບການມອບສິດໃຫ້ສຳຫຼວດກ່ຽວກັບວ່າມີບຸກຄົນ ຫຼືອົງການໃດໆໄດ້ຜິດກົດໝາຍຍ້ອນເລື່ອງນີ້ຫຼືບໍ່.

 

ໃນເດືອນພະຈິກ ແລະເດືອນທັນວາປີ 2022, ຄະນະທະນາຍຄວາມຂອງທ່ານໂຈ ໄບເດັນໄດ້ພົບເຫັນເອກະສານຄວາມລັບຢູ່ຫ້ອງການສ່ວນຕົວ ແລະບ່ອນຈອດລົດຂອງເຮືອນສ່ວນຕົວທີ່ທ່ານໂຈ ໄບເດັນເຄີຍນຳໃຊ້ພາຍຫຼັງທ່ານໄດ້ລາອອກຈາກຕຳແໜ່ງຮອງປະທານາທິບໍດີອາເມຣິກາແລ້ວ. ອີງຕາມຂໍ້ມູນກຳນົດ, ເອກະສານທັງໝົດຂອງປະທານາທິບໍດີ ຫຼືຮອງປະທານາທິບໍດີອາເມຣິກາໃນເວລາດຳລົງຕຳແໜ່ງຕ້ອງເກັບຮັກສາໄວ້, ແລະມອບໃຫ້ອົງການຄຸ້ມຄອງເອກະສານ ແລະບົດບັນທຶກແຫ່ງຊາດອາເມຣິກາໃນເວລາລາອອກຈາກຕຳແໜ່ງ.