ງານລາຕີສະຫຼອງບຸນກຸດຈີນຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ເປີດເຜີຍວິດີໂອໂຄສະນາເຜີຍແຜ່ດ້ວຍກາຕູນຕອນທຳອິດ

2023-01-14 17:48:55 CRI


      ກະຕ່າຍນຳໂຊກສົ່ງຄວາມເປັນສິລິມຸງຄຸນ,ອວຍພອນປີໃໝ່ແລະສະຫຼອງບຸນກຸດຈີນ! ໃນບຸນປີໃໝ່ນ້ອຍຕາມຈັນທະຄະຕິຈີນຄືໃນວັນທີ 14 ມັງກອນນີ້, ງານລາຕີສະຫຼອງບຸນກຸດຈີນຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ປີ 2023 ໄດ້ເປີດເຜີຍວິດີໂອໂຄສະນາເຜີຍແຜ່ດ້ວຍກາຕູນຕອນທຳອິດພາຍໃຕ້ຫົວຂໍ້ “ຫຼິ້ນບຸນກຸດຈີນຊົມການສະແດງຂອງງານລາຕີສະຫຼອງບຸນກຸດຈີນ” ຢ່າງເປັນທາງການ. ເຊິ່ງຜະລິດໂດຍຄະນະຈັດງານລາຕີສະຫຼອງບຸນກຸດຈີນຂອງ CMG ຮ່ວມກັບພະແນກສື່ໃໝ່ຂອງສູນຂ່າວ CCTV,ໄດ້ສະແດງໃຫ້ເຫັນເຖິງບັນຍາກາດບຸນປີໃໝ່ທີ່ມີຄວາມຟົດຟື້ນແລະຄວາມມີຊີວິດຊີວາໂດຍຜ່ານຮູບແບບກາຕູນຫຼື stop-motion Animation.

      ເລີ່ມຕົ້ນຈາກຂະນະທີ່ເກີດ, ຊາວຈີນແຕ່ລະຄົນກໍ່ລ້ວນແຕ່ໄດ້ຮັບການໝາຍດ້ວຍນັກສັດ. ເດັກນຳຄວາມສຸກ 12 ລາສີທີ່ມີຊື່ວ່າ “ທູ້ຢວນຢວນ” ໄດ້ອວຍພອນປີໃໝ່ຕໍ່ຄົນທັງຫຼາຍດ້ວຍພາສາທ້ອງຖິ່ນຢູ່ແຫ່ງຕ່າງໆຂອງຈີນ,ຮ່ວມກັນຕ້ອນຮັບປີໃໝ່ຈີນທີ່ເຕັມໄປດ້ວຍຄວາມສຸກແລະຄວາມອົບອຸ່ນ.

      ໝວກຫູກະຕ່າຍ,ໝວກຫົວເສືອ,ໝາກຊ່ານຈ່າເຄືອບນ້ຳຕານ,ໂຄມໄຟນ້ອຍແລະອື່ນໆ, ເດັກນັກສັດ 12 ລາສີໃນວິດີໂອນີ້ລ້ວນແຕ່ໄດ້ຜ່ານການອອກແບບທີ່ດີ,ເຕັມໄປດ້ວຍບັນຍາກາດປີໃໝ່ທີ່ເບີກບານມ່ວນຊື່ນ. “ທູ້ຢວນຢວນ” ສະຫຼອງບຸນກຸດຈີນ! ນີ້ຄືຄວາມອວຍພອນຈາກງານລາຕີສະຫຼອງບຸນກຸດຈີນປີ 2023 ຂອງວິທະຍຸໂທລະພາບສູນກາງຈີນ.