ການບັນລຸຄວາມໃຝ່ຝັນຂອງຈີນເປັນການແຂ່ງຂັນແລ່ນຕໍ່ແຮງທາງປະຫວັດສາດຮອບໜຶ່ງ

2023-01-15 16:40:13 cri



ເວົ້າສຳລັບປະເທດຈີນແລ້ວ, ປີ 2022 ເປັນປີທີ່ບໍ່ທຳມະດາທີ່ສຸດ. ໄລຍະໜຶ່ງປີຜ່ານມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເອົາໃຈໃສ່ປະຊາຊົນ, ດຸໝັ່ນເຮັດວຽກສ່ວນລວມແຕ່ເຊົ້າຈົນຄ່ຳ, ສາມັກຄີແລະນຳພາທົ່ວພັກ ທົ່ວກອງທັບ ແລະປະຊາຊົນບັນດາເຜົ່າທົ່ວປະເທດບຸກບືນຢ່າງຫ້າວຫັນ, ສູ້ຊົນກ້າວເດີນໄປຂ້າງໜ້າຢ່າງອາດຫານກ້າແກ່ນ, ເປີດຂະບວນການໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ. ຕໍ່ໄປແມ່ນ “ພາບເດັ່ນຂອງທ່ານສີຈິ້ນຜິງໃນປີ 2022” ທີ່ມີຫົວຂໍ້ວ່າ: “ການບັນລຸຄວາມໃຝ່ຝັນຂອງຈີນເປັນການແຂ່ງຂັນແລ່ນຕໍ່ແຮງທາງປະຫວັດສາດຮອບໜຶ່ງ”.

 



ວັນທີ25ເມສາ2022, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມມະຫາວິທະຍາໄລປະຊາຊົນຈີນ,ເພິ່ນໄດ້ໂບກມືທັກທາຍບັນດານັກສຶກສາແລະຄູອາຈານທີ່ກຳລັງຍ່າງຫຸ້ມລ້ອມເຂົ້າມາຫານັ້ນດ້ວຍຮອຍຍີ້ມ, ນັກສຶກສາທັງຫຼາຍກໍພາກັນຕອບຮັບດ້ວຍສຽງຮ້ອງໂຮຢ່າງຟົດຟື້ນອົບອຸ່ນ, ຢູ່ພາຍໃນໂຮງຮຽນແຫ່ງນີ້ແມ່ນມີບັນຍາກາດທີ່ເຕັມໄປດ້ວຍຄວາມຮັກແພງເອົາໃຈໃສ່ອັນຈິງໃຈຈາກຜູ້ນຳແລະຄວາມມີຊີວິດຊີວາຂອງໄວໜຸ່ມ.

 

ຊາວໜຸ່ມໄດ້ຕັດສິນທິດທາງຂະຫຍາຍຕົວຂອງປະເທດຊາດແລະຊົນຊາດ. ໃນເວລາສຳຫຼວດຄົ້ນຄວ້າຢູ່ມະຫາວິທະຍາໄລປະຊາຊົນຈີນຄັ້ງນີ້, ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາກັບຊາວໜຸ່ມນັກສຶກສາຢ່າງສະໜິດສະໜົມ ພ້ອມທັງຝາກຄວາມຫວັງເປັນຢ່າງຍິ່ງໄວ້ນຳເຂົາເຈົ້າ.

 

ເມື່ອເວົ້າເຖິງການສ້າງຄຸນສົມບັດໃຫ້ກັບຕົນເອງ, ທ່ານສີຈິ້ນຜິງໄດ້ເນັ້ນໜັກໃຫ້ທຳຕົວເປັນຜູ້ທີ່ມີຄວາມສັດທາຢ່າງໜັກແໜ້ນ, ເປັນຜູ້ເຜີຍແຜ່ຢ່າງຕັ້ງໜ້າ, ເປັນແບບຢ່າງປະຕິບັດຕົວຈິງຕາມຄ່ານິຍົມແກນກາງສັງຄົມນິຍົມ, ຮຽນນຳວິລະຊົນ, ຮຽນນຳຜູ້ອາວຸໂສ ແລະຮຽນນຳຜູ້ເປັນແບບຢ່າງ, ແຂ່ງຂັນກັນເປັນຄົນໃໝ່ຂອງຍຸກສະໄໝທີ່ສົມເປັນຜູ້ແບກຫາບພາລະໜ້າທີ່ອັນສຳຄັນແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດ.

 

ເມື່ອເວົ້າເຖິງການຕັ້ງອຸດົມການ, ທ່ານສີຈິ້ນຜິງຫວັງໃຫ້ຊາວໜຸ່ມອັນມະຫາສານຈົ່ງຖືເອົານ້ຳໃຈຮັກຊາດແລະການຮ່ວມລົມຫາຍໃຈ, ຮ່ວມຊາຕາກຳກັບປະຊາຊົນນັ້ນ ສອດຫ້ອຍເຂົ້າໄປຕະຫຼອດໄລຍະການຮຽນ ແລະເຊື່ອມໂຍງເຂົ້າໃນຂະບວນການສູ້ຊົນເພື່ອບັນລຸເປົ້າໝາຍໃນພາລະກິດຂອງຕົນ.

 

ເມື່ອເວົ້າເຖິງການບາກບັ່ນສູ້ຊົນ, ທ່ານສີຈິ້ນຜິງຫວັງໃຫ້ຊາວໜຸ່ມອັນມະຫາສານ ຈະບໍ່ປ່ອຍປະເວລາໃຫ້ສູນເສຍໄປລ້າໆ, ບໍ່ໃຫ້ຍຸກສະໄໝຜິດຫວັງ ແລະບໍ່ໃຫ້ປະຊາຊົນຜິດຫວັງ, ບຸກບືນແລ່ນຕາມສະໜາມແຂ່ງຂັນການແລ່ນແຫ່ງໄວໜຸ່ມ ເພື່ອຍາດເອົາຜົນງານດີທີ່ສຸດໃນນາມເປັນຊາວໜຸ່ມຍຸກປັດຈຸບັນ.

 

ໄວໜຸ່ມເປັນສັນຍາລັກແຫ່ງນ້ຳໃຈຈີນແລະພະລັງແຮງຂອງຈີນ. ຄວາມເວົ້າຂອງທ່ານສີຈິ້ນຜິງໄດ້ປ່ຽມລົ້ນໄປດ້ວຍຄວາມເອົາໃຈໃສ່ແລະຮັກແພງທີ່ມີຕໍ່ຊາວໜຸ່ມ ຄືດັ່ງເພິ່ນເຄີຍໄດ້ກ່າວໄວ້ວ່າ: “ຂ້າພະເຈົ້າໄປຮອດບ່ອນໃດ ກໍຕ້ອງເອົາໃຈໃສ່ຊາວໜຸ່ມຢູ່ບ່ອນນັ້ນ.”

 

ເດືອນພຶດສະພາປີ2022, ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດຈີນຄົບຮອບ100ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ກ່າວຄຳປາໄສອັນສຳຄັນໃນພິທີ,ໂດຍຮຽກຮ້ອງມາຍັງຄະນະຊາວໜຸ່ມກອມມູນິດຈີນຈົ່ງເພີ່ມທະວີກຳລັງການນຳພາ, ກຳລັງການຈັດຕັ້ງ ແລະກຳລັງການບໍລິການຮັບໃຊ້, ສາມັກຄີແລະນຳພາສະມາຊິກຄະນະຊາວໜຸຸ່ມອັນມະຫາສານພັດທະນາໃຫ້ເຕີບໃຫຍ່ກາຍເປັນຊາວໜຸ່ມຜູ້ດີເດັ່ນໃນຍຸກໃໝ່ທີ່ມີອຸດົມການ, ກ້າຮັບຜິດຊອບ, ມີຄວາມອົດທົນ, ເປັນເຈົ້າການບຸກບືນສູ້ຊົນ, ໝູນໃຊ້ຄວາມເປັນເຈົ້າການແລະຄວາມສາມາດປະດິດສ້າງແຫ່ງໄວໜຸ່ມເພື່ອສ້າງກະແສຟອງແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຢ່າງເປັນຂະບວນຟົດຟື້ນແລະເຕັມໄປດ້ວຍຄວາມມີຊີວິດຊີວາ, ປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາຂອງຕົນເຂົ້າໃນການບາກບັ່ນສູ້ຊົນເພື່ອສ້າງສາປະເທດຈີນທີ່ດີງາມກວ່າເກົ່າ!

 

ເດືອນກໍລະກົດປີ2022, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງ, ບ່ອນທຳອິດ, ເພິ່ນໄດ້ໄປເຖິງມະຫາວິທະຍາໄລຊິ່ນຈ່ຽງ, ເພື່ອໃຫ້ກຳລັງໃຈແກ່ນັກສຶກສາທັງຫຼາຍວ່າ, ພວກຫຼານພໍດີເກີດໃນຍຸກທີ່ຈະເລີນກ້າວໜ້າ, ຕ້ອງພະຍາຍາມສູ້ຊົນຢ່າງຫ້າວຫັນດຸໝັ່ນ, ສ້າງຕົນເອງໃຫ້ເປັນຜູ້ມີຄວາມຮູ້ຄວາມສາມາດທີ່ມີປະໂຫຍດຕໍ່ປະເທດຊາດ!

 

ເດືອນສິງຫາປີ2022, ໃນເວລາສຳຫຼວດຄົ້ນຄວ້າວຽກງານຢູ່ແຂວງລຽວນິງ, ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປໃນວິສາຫະກິດຂອງທ້ອງຖິ່ນດັ່ງກ່າວ, ເພິ່ນໄດ້ຍ້ອງ ຍໍຊົມເຊີຍພະນັກງານໜຸ່ມທີ່ມີຜົນງານດ້ານການປະດິດສ້າງ ພ້ອມທັງໄດ້ສົ່ງເສີມໃຫ້ເຂົາເຈົ້າກ້າປະດິດສ້າງ ແລະກ້າປີນພູສູງ ເພື່ອປະກອບສ່ວນອັນໃຫຍ່ຫຼວງ ກວ່າເກົ່າເຂົ້າໃນການຊຸກຍູ້ການພັດທະນາພາກຕາເວັນອອກສຽງເໜືອຂອງຈີນໃຫ້ຈະເລີນຮຸ່ງເຮືອງໃນຍຸກໃໝ່.

 

ເດືອນຕຸລາປີ2022, ໃນເວລາຂຶ້ນຜ່ານບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນ, ທ່ານສີຈິ້ນຜິງໄດ້ຮຽກຮ້ອງມາຍັງທົ່ວພັກຢ່າງຈະແຈ້ງວ່າ: ຕ້ອງຖືວຽກງານຊາວໜຸ່ມເປັນວຽກງານທີ່ມີລັກສະນະຍຸດທະສາດ, ທ່ານກ່າວວ່າ: “ຝຶກຝົນຫຼໍ່ຫຼອມແນວຄິດຂອງຊາວໜຸ່ມດ້ວຍທິດສະດີວິທະຍາສາດຂອງພັກ, ຈູງໃຈຊາວໜຸ່ມດ້ວຍອຸດົມການແຕ່ຫົວທີແລະພາລະກຳຂອງພັກ, ທຳຕົວເປັນຜູ້ຮູ້ໃຈຂອງຊາວໜຸ່ມ, ຜູ້ມີຄວາມຫ້າວຫັນໃນການເຮັດວຽກຊາວໜຸ່ມ ແລະຜູ້ນຳທາງຂອງຊາວໜຸ່ມ.”

 

ຕະຫຼອດໄລຍະໜຶ່ງປີຜ່ານມານີ້, ທ່ານສີຈິ້ນຜິງຍັງໄດ້ຂຽນຈົດໝາຍຕອບຄືນໃຫ້ຊາວໜຸ່ມ,ໂດຍໄດ້ຝາກຄວາມຫວັງໄວ້ນຳຊາວໜຸ່ມອັນມະຫາສານຈົ່ງບຸກບືນສູ້ຊົນດ້ວຍຄວາມໝາຍໝັ້ນ,ເພື່ອສ້າງຜົນງານອັນສະຫງ່າລາສີໃຫ້ກັບຊີວິດໄວໜຸ່ມຂອງຕົນ.

 

ໃນເວລາຂຽນຈົດໝາຍຕອບຄືນເຖິງທ້າວ ຊູຢີ້ໝິງ ນັກກິລາສະກີຫິມະແປ້ນດຽວທີມຊາດຈີນ, ທ່ານສີຈິ້ນຜິງໄດ້ຍ້ອງຍໍຊົມເຊີຍນັກກິລາຫິມະແລະນ້ຳກ້ອນຈີນທີ່ໄດ້ບາກບັ່ນສູ້ຊົນແລະສ້າງຜົນງານແບບບຸກທະລຸຂອງຕົນໃນສະໜາມແຂ່ງຂັນກິລາໂອລິມປິກລະດູໜາວ, ສົ່ງເສີມໃຫ້ເຂົາເຈົ້າຫ່ວງໃຍເຖິງປະເທດຊາດ, ມີອຸດົມການອັນສູງສົ່ງ, ເຮັດແທ້ທຳຈິງ, ບາກບັ່ນສູ້ຊົນເພື່ອສ້າງຄວາມສະຫງ່າລາສີໃຫ້ກັບຊີວິດຂອງຕົນ, ປະກອບສ່ວນຂອງຕົນເພື່ອປະເທດຊາດແລະປະຊາຊົນ.

 

ໃນເວລາທີ່ທ່ານສີຈິ້ນຜິງສົ່ງຈົດໝາຍຕອບຄືນໃຫ້ທີມງານຊາວໜຸ່ມກໍ່ສ້າງສະຖານີອະວະກາດຂອງກຸ່ມບໍລິສັດວິທະຍາສາດເຕັກນິກການບິນອະວະກາດຈີນ ພໍດີຖືກກັບໂອກາດວັນຊາວໜຸ່ມແຫ່ງຊາດຈີນ 4 ພຶດສະພາໝູນວຽນມາເຖິງ, ເຊິ່ງເນື້ອໃນຈົດໝາຍຕອບຄືນຂອງທ່ານສີຈິ້ນຜິງໄດ້ສົ່ງພອນໄຊອັນປະເສີດໄປຍັງຊາວໜຸ່ມທຸກຄົນທີ່ສູ້ຊົນເຮັດວຽກຢູ່ແນວຮົບການບິນອະວະກາດ, ພ້ອມທັງຝາກຄວາມຫວັງເປັນຢ່າງຍິ່ງໄວ້ນຳເຂົາເຈົ້າຈົ່ງສ້າງຜົນງານອັນສະຫງ່າລາສີບົນເສັ້ນທາງນຳຕາມຄວາມຝັນທາງດ້ານອະວະກາດ ເພື່ອສ້າງຄຸນງາມຄວາມດີ, ປະກອບສ່ວນອັນໃໝ່ເຂົ້າໃນການເຮັດໃຫ້ວິທະຍາສາດເຕັກນິກການບິນອະວະກາດຂອງປະເທດຊາດບັນລຸເປົ້າໝາຍເພິ່ງຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນລະດັບສູງ.

 

ປີ2022ຜ່ານມານີ້, ທ່ານສີຈິ້ນຜິງຍັງໄດ້ຂຽນຈົດໝາຍຕອບຄືນໃຫ້ນັກວິຊາການໜຸ່ມຂອງມະຫາວິທະຍາໄລນານກິ່ງທີ່ກັບຄືນປະ ເທດຫຼັງຈາກຈົບການສຶກສາຢູ່ຕ່າງປະເທດ, ຊາວໜຸ່ມໄຕ້ຫວັນທີ່ເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືຊາວໜຸ່ມສອງຝັ່ງຊ່ອງແຄບໄຕ້ຫວັນ, ທີມງານຊາວໜຸ່ມຕະລຸມບອນໂລຢາງຂອງກຸ່ມບໍລິສັດອຸດສາຫະກຳເຮືອບິນເສີນຢາງທີ່ຂຶ້ນກັບກຸ່ມອຸດສາຫະກຳການບິນຈີນ ແລະອື່ນໆ, ເພື່ອຊຸກຍູ້ສົ່ງເສີມແລະສະໜັບສະໜູນຊາວໜຸ່ມອັນມະຫາສານຢ່າງສຸດໃຈ, ກະຕຸ້ນເຕືອນຈິດສຳນຶກຂອງເຂົາເຈົ້າໃຫ້ເຮັດວຽກຢ່າງຕັ້ງໜ້າ ເພື່ອສ້າງຜົນງານອັນສະຫງ່າລາສີໃນຂະບວນການອັນຍິ່ງໃຫຍ່ແຫ່ງການບັນລຸຄວາມໃຝ່ຝັນຂອງຈີນທີ່ຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ.

 

ທ່ານສີຈິ້ນຜິງກ່າວວ່າ: “ການສ້າງສາປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງໃຫ້ສຳເລັດຜົນ, ແລະບັນລຸເປົ້າໝາຍການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ ເປັນການແຂ່ງຂັນແລ່ນຕໍ່ແຮງຮອບໜຶ່ງ” ທ່ານສີຈິ້ນຜິງຍັງກ່າວຕື່ມວ່າ: “ພວກເຮົາມີຄວາມຕັດສິນໃຈໃນການສ້າງຜົນງານທີ່ດີເພື່ອຊາວໜຸ່ມ, ແລະກໍຄອງຄອຍຊາວໜຸ່ມຮຸ່ນໃໝ່ໃນປັດຈຸບັນຈະສາມາດສ້າງຜົນງານທີ່ດີກວ່າເກົ່າໃນອະນາຄົດ.”