ວົງການການຄ້າຈີນ-ເອີຣົບຈັດກອງປະຊຸມສົນທະນາໂຕະມົນລະດັບສູງ

2023-01-15 12:04:15 CRI


ຫວ່າງກ່ອນນີ້ບໍ່ດົນ, ສະພາການຄ້າຈີນສະຫະພາບເອີຣົບ ແລະ ສະພາການຄ້າສະຫະພາບເອີຣົບ ຈີນໄດ້ຈັດ “ກອງປະຊຸມສົນທະນາໂຕະມົນຜູ້ນຳການຄ້າຈີນ-ເອີຣົບ”ຢູ່ນະຄອນຫຼວງບຣຸກແຊນປະເທດແບນຊິກ, ຜູ້ຕາງໜ້າພາກລັດ, ວິສາຫະກິດ ແລະ ສື່ມວນຊົນຂອງຈີນ ແລະ ສະຫະພາບເອີຣົບປະມາມ 70 ທ່ານໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

 

ທ່ານເພີງກ່າງ ອັກຄະລັດຖະທູດຂອງພະແນກເສດຖະກິດການຄ້າຄະນະທູດຈີນປະຈຳສະຫະພາບເອີຣົບໄດ້ປະກອບຄຳເຫັນໃນກອງປະຊຸມວ່າ, ໃນປີ 2022 ຜ່ານມາ, ຍອດມູນຄ່າການຄ້າຈີນ-ເອີຣົບໄດ້ເພີ່ມຂຶ້ນໂດຍປິ້ນກັບທ່າອຽງລວມ, ຄຸນນະພາບການຮ່ວມມືສອງຝ່າຍໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ການຮ່ວມມື່ໄດ້ເປີດກວ້າງອອກຕໍ່ໄປ ແລະສືບຕໍ່ກ້າວສູ່ລວງເລິກໃນຂົງເຂດຕ່າງໆ, ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບສີຂຽວ, ການຫັນເປັນແບບດີຈີຕອນ, ພື້ນຖານໂຄງລ່າງ, ການເຊື່ອມໂຍງເຊື່ອມຈອດກັນ ແລະອື່ນໆ.

 

ທ່ານໂຈ ອຸດເກ ປະທານສະພາການຄ້າສະຫະພາບເອີຣົບຈີນກ່າວວ່າ, ວິສາຫະກິດສະຫະພາບເອີຣົບຈີນມີຄວາມຄອງຄອຍຢ່າງສູງຕໍ່ຈີນທີ່ຈະປັບປຸງສະພາບແວດລ້ອມດ້ານທຸລະກິດໃຫ້ດີຂຶ້ນຕື່ມອີກ, ກໍຕັດສິນໃຈທີ່ຈະຜ່ານຜ່າຄວາມຫຍຸ້ງຍາກເພື່ອສືບຕໍ່ດຳເນີນທຸລະກິດຢູ່ຈີນ.