ຕູຣາເຄຍ:ປັດຈຸບັນຍັງບໍ່ສາມາດອະນຸຍາດໃຫ້ຊູແອດເຂົ້າເປັນສະມາຊິກນາໂຕໄດ້

2023-01-15 12:04:34 CRI

    ວັນທີ 14 ມັງກອນນີ້, ສື່ມວນຊົນຕູຣາເຄຍລາຍງານວ່າ, ທ່ານອິບຣາຮິມ ກາລີນ ໂຄສົກທຳນຽບປະທານາທິບໍດີຕູຣາເຄຍກ່າວວ່າ, ປັດຈຸບັນ ຕູຣາເຄຍຍັງບໍ່ສາມາດອະນຸຍາດໃຫ້ຊູແອດເຂົ້າເປັນສະມາຊິກນາໂຕໄດ້.



    ກ່ອນໜ້ານີ້ບໍ່ດົນ, ຊູແອດໄດ້ຮັບຮອງເອົາຮ່າງລັດຖະທຳມະນູນສະບັບໜຶ່ງ,ເຮັດໃຫ້ເກີດມີຄວາມເປັນໄປໄດ້ທີ່ຈະສ້າງກົດໝາຍຕ້ານການກໍ່ການຮ້າຍທີ່ເຂັ້ມງວດກວ່າເກົ່າ. ແຕ່ທ່ານກາລີນຊີ້ອອກວ່າ, ສະພາຊູແອດຕ້ອງການເວລາຢ່າງໜ້ອຍ 6 ເດືອນຈິ່ງອາດຈະສາມາດຈັດການລົງຄະແນນສຽງຕໍ່ກັນມາດຕະຕະການທີ່ກ່ຽວຂ້ອງ, ສະນັ້ນ ຫຼັງຈາກຊູແອດສ້າງກົດໝາຍແລ້ວ,ຕູຣາເຄຍຈິ່ງຈະໃຊ້ການກະທຳ.


     ຊູແອດ ແລະ ແຟງລັງໄດ້ຮ້ອງຂໍເຂົ້າເປັນສະມາຊິກນາໂຕໃນເດືອນພຶດສະພາປີ 2022, ແຕ່່ຕູຣາເຄຍຄັດຄ້ານຕູຣາເຄຍຕິຕຽນສອງປະເທດດັ່ງກ່າວສະໜັບສະໜູນອົງການຈັດຕັ້ງທີ່ຖືກຕູຣາເຄຍຢືນຢັນວ່າເປັນ “ອົງການກໍ່ການຮ້າຍ”. ໂດຍຜ່ານການເຈລະຈາຫຼາຍຮອບ, ຕູຣາເຄຍ, ຊູແອດ ແລະ ແຟງລັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈໃນທ້າຍເດືອນມິຖຸນາປີ 2022 ໂດຍຢືນຢັນວ່າ:ຕູຣາເຄຍເຫັນດີສະໜັບສະໜູນຊູແອດ ແລະ ແຟນລັງເຂົ້າເປັນສະມາຊິກນາໂຕ, ສ່ວນຊູແອດ ແລະ ແຟງລັງຈະບໍ່ສະໜັບສະໜູນພັກກຳມະກອນເຄີດ ຫຼື KPP, ກຸ່ມປະກອບອາວຸດຊາວເຄີດຊີຣີ ແລະ ເຫັນດີຍົກເລີກການຈຳກັດກ່ຽວກັບການສົ່ງອອກອຸປະກອນປ້ອງກັນປະເທດໃຫ້ກັບຕູຣາເຄຍ.