ປະທານາທິບໍດີເບແນງພົບປະກັບລັດຖະມົນຕີການຕ່າງປະເທດຈີນ

2023-01-15 11:57:11 CRI

     ວັນທີ 13 ມັງກອນນີ້, ທ່ານປາຕຣີສ ທາລອນ ປະທານາທິບໍດີເບແນງໄດ້ພົບປະກັບທ່ານຊີນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນຢູ່ນະຄອນໂຄໂທນູ.


 

    ທ່ານທາລອນກ່າວວ່າ, ເຖິງວ່າເບແນງເປັນປະເທດນ້ອຍກໍ່ຕາມ ແຕ່ຈະຢືນຢູ່ຂ້າງສັດຈະທຳ, ຄວາມສະເໝີພາບ ແລະ ຄວາມເປັນທຳ, ຈະສືບຕໍ່ເປັນເພື່ອນມິດທີ່ເປັນຕາເຊື່ອໄວ້ຂອງຈີນຢ່າງເດັດດ່ຽວ. ເບແນງຄອງຄອຍຖອດຖອນບົດຮຽນຂອງຈີນ, ເປີດກວ້າງ ແລະ ລົງເລິກການຮ່ວມມືທີ່ຕິດແທດຕົວຈິງ ເພື່ອເລັ່ງລັດພັດທະນາປະເທດຕົນໃຫ້ຈະເລີນຂຶ້ນ.

 

     ທ່ານຊີນກ່າງກ່າວວ່າ, ຈີນສົ່ງເສີມວິສາຫະກິດຈີນທີ່ມີກຳລັງແຮງ ແລະ ມີຄວາມໜ້າເຊື່ອຫຼາຍກວ່າເກົ່າໄປລົງທຶນດຳເນີນທຸລະກິດຢູ່ເປແນ້ງ, ຫວັງວ່າເບແນງຈະປົກປັກຮັກສາຄວາມປອດໄພ ແລະ ສິດຜົນປະໂຫຍດທີ່ີຊອບດ້ວຍກົດໝາຍຂອງອົງການ ແລະ ບຸກຄົນຂອງຈີນ.

 

      ທ່ານຊີນກ່າງກ່າວຕື່່ມວ່າ, ຈີນຍິນດີເພີ່ມທະວີການແລກປ່ຽນດ້ານການປົກຄອງປະເທດກັບເບແນງ, ສະໜັບສະໜູນເບແນງໃຫ້ຊອກຫາເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ, ຈະສາມັກຄີກັນກັບ

ປະເທດອາຟຣິກາ ເຊິ່ງລວມທັງເບແນງເພື່ອດຳເນີນການຮ່ວມມື ແລະ ບັນລຸໃຫ້ພັດທະນາຮ່ວມກັນ.