ຜູ້ຕາງໜ້າຈີນຮຽກຮ້ອງໃຫ້ປະຊາຄົມໂລກສ້າງເງື່ອນໄຂໃຫ້ຣັດເຊຍ ກັບ ອູແກຣນຈັດການເຈລະຈາ

2023-01-15 11:47:02 CRI

    ວັນທີ 13 ມັງກອນນີ້, ໃນເວລາປະກອບຄວາມເຫັນກ່ຽວກັບສະພາຄວາມໝັ້ນຄົງຄົ້ນຄວ້າພິຈາລະນາບັນຫາອູແກຣນ, ທ່ານຈ່າງຈວິ່ນ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດຮຽກຮ້ອງໃຫ້ປະຊາຄົມໂລກສ້າງເງື່ອນໄຂໃຫ້ຣັດເຊຍ ກັບ ອູແກຣນເພື່ອຈັດການເຈລະຈາ ແລະ ສ້າງອະນາຄົດໃໝ່ທີ່ຟື້ນຟູສັນຕິພາບໃນປີໃໝ່່ນີ້.


 

    ທ່ານຈ່າງຈວິ່ນຊີ້ອອກວ່າ, ປະຊາຄົມໂລກ ໂດຍສະເພາະແມ່ນປະເທດທີ່ມີອິດທິພົນອັນສຳຄັນຕໍ່ສະຖານະການໃນສະເພາະໜ້ານີ້ ຄວນສົ່ງເສີມໃຫ້ຣັດເຊຍ ແລະ ອູແກຣນດຳເນີນການສົນທະນາກັນ ເພື່ອຊ່ວຍເຫຼືອເປີດປະຕູທີ່ແກ້ໄຂວິກິດການທາງການເມືອງໂດຍຜ່ານວິຖີທາງການທູດ. ບໍ່ວ່າການຍົກສູງລະດັບການລົງໂທດ ຫຼື ການຂົນສົ່ງອາວຸດ ລ້ວນແຕ່ຈະເຮັດໃຫ້ສະຖານະການປ່ຽນຄືນໃຫ້ດີຍາກກວ່າເກົ່າ,ຈົນອາດຈະເຮັດໃຫ້ເກີດການປະທະກັນທີ່ມີຂະໜາດໃຫຍ່ກວ່າ, ເຮັດໃຫ້ການປະທະກັນເປີດກວ້າງ ແລະ ເປັນເວລາດົນນານ, ຕ້ອງອອກແຮງສຸດຂີດເພື່ອຫຼີກເວັ້ນ.