ປະທານກອງປະຊຸມການປ່ຽນແປງຂອງດິນຟ້າອາກາດສປຊຄັ້ງທີ 28 ຮຽກຮ້ອງໃຫ້ຝ່າຍຕ່າງໆເຄື່ອນໄຫວຮ່ວມກັນເພື່ອຮັບມືກັບສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ

2023-01-15 12:47:09 CRI


 ວັນທີ 14 ມັງກອນນີ້ຕາມເວລາທ້ອງຖິ່ນ, ທ່ານຊຸນຕັນ ບິນ ອາເມັດ ຈາເບີ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ເຕັນໂນໂລຊີກ້າວໜ້າ ທັງເປັນທູພິເສດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດປະເທດສະຫະລັດອາຣັບ ເອມີເຣດ, ປະທານກອງປະຊຸມປະເທດພາຄີໃນ “ສົນທິສັນຍາຂອບວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດສະຫະປະຊາຊາດ” ຄັ້ງທີ 28 ໄດ້ເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືພະລັງງານໂລກ, ໂດຍຮຽກຮ້ອງໃຫ້ຝ່າຍຕ່າງໆຮ່ວມມືກັນ ນຳໃຊ້ມາດຕະການອັນຕັ້ງໜ້າທີ່ມີລັກສະນະກວມລວມ ແລະ ຖືການເຄື່ອນໄຫວເປັນທິດຊີ້ນຳ, ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ.

 

ທ່ານຊຸນຕັນກ່າວວ່າ, ສະຫະລັດອາຣັບ ເອມີເຣດມີສະຕິຮັບຜິດຊອບທີ່ຈະແຈ້ງ ແລະ ຄວາມຮູ້ສຶກຮີບດ່ວນອັນແຂງແຮງໃນດ້ານການກະກຽມ ກອງປະຊຸມປະເທດພາຄີໃນ “ສົນທິສັນຍາຂອບວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດສະຫະປະຊາຊາດ” ຄັ້ງທີ 28, ແລະ ຊຸກຍູ້ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທັງເນັ້ນໜັກວ່າ ການຊຸກຍູ້ການຈັດຕັ້ງປະຕິບັດ “ສັນຍາປາຣີ” ແມ່ນມີຄວາມຕ້ອງການຢ່າງຮີບດ່ວນ. ພ້ອມກັນນັ້ນ, ທ່ານຊຸນຕັນຍັງຮຽກຮ້ອງໃຫ້ເພີ່ມການລົງທຶນເຂົ້າໃນພະລັງງານໝູນວຽນ, ເພີ່ມທະວີການສະໜັບສະໜູນຕໍ່ປະເທດພວມພັດທະນາ, ຮ່ວມກັນພະຍາຍາມຊຸກຍູ້ການບັນລຸເປົ້າໝາຍທີ່ປອດການປ່ອຍອາຍພິດເຮືອນແກ້ວຕໍ່ດິນຟ້າອາກາດ, ໃນຂະນະດຽວກັນທີ່ຫຼຸດການປ່ອຍກາກບອນນັ້ນ, ຈະບໍ່ຖືການການເສຍສະຫຼະໃນດ້ານການພັດທະນາເສດຖະກິດ ແລະຄວາມກ້າວໜ້າທາງສັງຄົມນັ້ນເປັນຄ່າທົດແທນ.