ນາຍົກຍີ່ປຸ່ນຢ້ຽມຢາມ5ປະເທດສະມາຊິກG7ເພື່ອບັງຄັບສ້າງສາຍພົວພັນຈັດເປັນກຸ່ມ

2023-01-16 11:51:07 cri


ລະຫວ່າງວັນທີ9-15ມັງກອນນີ້,ທ່ານຟູມິໂອະ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ໄປຢ້ຽມຢາມຝຣັ່ງ,ອີຕາລີ,ອັງກິດ,ການາດາແລະອາເມຣິກາທີ່ເປັນສະມາຊິກG7. ໃນໄລຍະຢ້ຽມຢາມອັງກິດ, ທ່ານຟູມິໂອະ ຄິຊິດະແລະທ່ານ ຊູນາກ ນາຍົກລັດຖະມົນຕີອັງກິດໄດ້ເຊັນ “ສັນຍາອະນຸຍາດກັນດ້ວຍຄວາມສະດວກ”ກ່ຽວກັບວຽກງານປ້ອງກັນແລະການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງສອງຝ່າຍ, ໃນການຢ້ຽມຢາມອາເມຣິກາເທື່ອທຳອິດຫຼັງຈາກທ່ານຟູມິໂອະ ຄິຊິດະຂຶ້ນຮັບຕຳແໜ່ງເປັນຕົ້ນມາ,ທ່ານໄດ້ຮ່ວມກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຈັດການເຈລະຈາແລະອອກຖະແຫຼງການຮ່ວມ ໂດຍໂຄສະນາຄວາມສຳຄັນຂອງພັນທະມິດຍີ່ປຸ່ນ-ອາເມຣິກາໃນອັນທີ່ເອີ້ນວ່າ“ຍຸດທະສາດອິນໂດ-ປາຊິຟິກ”.


ນັກວິຊາການຍີ່ປຸ່ນມີຄຳເຫັນວ່າ: ນັບແຕ່ຍີ່ປຸ່ນປະກາດຍຸດທະສາດປ້ອງກັນຄວາມໝັ້ນຄົງສະບັບໃໝ່ໂດຍປະຖິ້ມຫຼັກການ“ປ້ອງກັນຕົນເອງສະເພາະ”ໃນເດືອນທັນວາປີກາຍນີ້ເປັນຕົ້ນມາ, ການກະທຳຕ່າງໆຂອງລັດຖະບານຍີ່ປຸ່ນພາຍໃຕ້ການນຳຂອງທ່ານຟູມິໂອະ ຄິຊິດະນັບມື້ນັບເຮັດໃຫ້ບັນດາປະເທດອ້ອມຂ້າງຮູ້ສຶກວິຕົກກັງວົນແລະລະມັດລະວັງຕົວ. ໜ້າທີ່ຮີບດ່ວນຂອງລັດຖະບານຍີ່ປຸ່ນໃນປັດຈຸບັນຄວນຫັນປ່ຽນການພົວພັນທີ່ມີຕໍ່ກັບອາເມຣິກາຈາກ“ລະດັບຂຶ້ນກັບ” ໃຫ້ເປັນ“ເອກະລາດ”,ດຳເນີນການໄຂປະຕູສູ່ປະເທດອ້ອມຂ້າງໃນເຂດອາຊີ ຈິ່ງເປັນພື້ນຖານການຮັບປະກັນຄວາມໝັ້ນຄົງໃນວຽກງານທາງການທູດຂອງຍີ່ປຸ່ນ.