ເລີ່ມຈັດການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ125

2023-01-16 11:49:17 cri

ນັກຂ່າວໄດ້ຮັບຂໍ້ມູນຈາກຫ້ອງການຖະແຫຼງຂ່າວພະແນກປ້ອງກັນຄວາມສະຫງົບແຂວງຢຸນນານຈີນວ່າ:ເວລາ10ໂມງ30ນາທີຂອງວັນທີ15ມັງກອນນີ້,ກຳປັ່ນບັງຄັບໃຊ້ກົດໝາຍຂອງ ຈີນ 2 ລຳ ທີ່ເຂົ້າຮ່ວມການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງ ຈີນ-ລາວ-ມຽນມາ-ໄທຄັ້ງທີ125 ໄດ້ເດີນທາງອອກຈາກທ່າຈິງຮ່າກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢູນນານຈີນ,ເຊິ່ງສະແດງໃຫ້ເຫັນວ່າໄດ້ເລີ່ມຈັດການລາດຕະເວນ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທໃນປີ2023ແລ້ວ. ຄາດວ່າ ຈະໃຊ້ເວລາ 3 ຄືນ 4 ມື້,ໄລຍະການເດີນທາງລວມ 500 ກວ່າກິໂລແມັດ.