ນັກທ່ອງທ່ຽວຈີນໄປທ່ຽວບັນດາປະເທດອາຊີຕາເວັນອອກສຽງໃຕ້ ເປັນການເພີ່ມຄວາມໝັ້ນໃຈໃຫ້ແກ່ການທ່ອງທ່ຽວຂອງປະເທດເຫຼົ່ານີ້

2023-01-16 15:23:13 CRI

ຄຽງຄູ່ກັບຈີນໄດ້ປັບປ່ຽນນະໂຍບາຍປ້ອງກັນ ແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ເໝາະສົມ, ໃບສັ່ງຈອງປີ້ຍົນຈາກຈີນໄປບັນດາປະເທດອາຊີຕາເວັນອອກສຽງໃຕ້ໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ສິ່ງທີ່ຈະແຈ້ງແລ້ວນັ້ນກໍຄື: ຈຳນວນນັກທ່ອງທ່ຽວຈີນໄປທ່ຽວໃນບັນດາປະເທດອາຊີຕາເວັນອອກສຽງໃຕ້ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. 3 ປີຜ່ານມາແລ້ວ, ບັນດາປະເທດອາຊີຕາເວັນອອກສຽງໃຕ້ໄດ້ທຳການກະກຽມ ເພື່ອຈະຕ້ອນຮັບນັກທ່ອງທ່ຽວຈີນໃນໄລຍະບຸນກຸດຈີນ ທີ່ຈະໝູນວຽນມາເຖິງໃນອາທິດໜ້າ.


ຫວ່າງກ່ອນນີ້ບໍ່ດົນ, ທ່ານ ອະນຸທິນ ຊານວິຣະກຸນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງສາທາລະນະສຸກໄທ ແລະ ລັດຖະມົນຕີອີກຫຼາຍທ່ານຂອງໄທ ໄດ້ໄປຕ້ອນຮັບນັກທ່ອງທ່ຽວຈີນທີ່ໄປທ່ຽວໄທຊຸດທຳອິດໃນປີນີ້ຢູ່ສະໜາມບິນສາກົນສຸວັນນະພູມນະຄອນຫຼວງບາງກອກຂອງໄທ. “ນັກທ່ອງທ່ຽວຈີນ”ກັບມາແລ້ວ ໄດ້ກາຍເປັນຄຳສັບທີ່ໂດດເດັ່ນໃນຕະຫຼາດທ່ອງທ່ຽວຂອງໄທ.


ໃນຂະນະດຽວກັນ, ປະເທດອາຊີຕາເວັນອອກສຽງໃຕ້ອື່ນໆ ກໍໄດ້ພາກັນວາງນະໂຍບາຍໃໝ່ ເພື່ອຕ້ອນຮັບນັກທ່ອງທ່ຽວຈີນ. ປະມຸກລັດ ແລະ ເຈົ້າໜ້າທີ່ລັດຖະບານຫຼາຍທ່ານຂອງປະເທດເຫຼົ່ານີ້ກໍໄດ້ພາກັນສົ່ງ “ໜັງສືເຊື້ອເຊີນ” ມາຍັງນັກທ່ອງທ່ຽວຈີນ. ຫວ່າງກ່ອນນີ້ບໍ່ດົນ, ທ່ານເຟີນີນັນ ມາຄົດ ປະທານາທິບໍດີຟີລິບປິນກ່າວວ່າ: ຫວັງວ່າ, ນັກທ່ອງທ່ຽວຈີນຈະສາມາດໄປທ່ຽວຟີລິບປິນຄືນໃໝ່ ເພື່ອສຳຜັດກັບທິວທັດທຳມະຊາດ ແລະ ຮີດຄອງປະເພນີຂອງຟີລິບປິນ ທີ່ເປັນປະເທດເກາະດອນເຂດຮ້ອນ. ທ່ານຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍກ່າວວ່າ: ຍິນດີຕ້ອນຮັບນັກທ່ອງທ່ຽວຈີນໄປທ່ຽວກຳປູເຈຍ ເພື່ອຊຸກຍູ້ໃຫ້ເສດຖະກິດ ແລະອຸດສາຫະກຳທ່ອງທ່ຽວຂອງກຳປູເຈຍຟື້ນຕົວຄືນ. ກຳປູເຈຍຈະບໍ່ປະຕິບັດມາດຕະການຈຳກັດດ້ານການປ້ອງກັນພະຍາດຕໍ່ຈີນໃນເວລາເຂົ້າກຳປູເຈຍ, ຫວັງວ່າ, ປີນີ້ຈະໄດ້ຕ້ອນຮັບນັກທ່ອງທ່ຽວຈີນປະມານ 2 ລ້ານເທື່ອຄົນ. ຢູ່ອິນໂດເນເຊຍທີ່ການທ່ອງທ່ຽວພັດທະນາຫຼາຍ, ກະຊວງທ່ອງທ່ຽວ ແລະ ເສດຖະກິດນະວັດຕະກຳຂອງອິນໂດເນເຊຍເຜີຍວ່າ: ອິນໂດເນເຊຍໄດ້ກຽມພ້ອມທຸກປະການແລ້ວ ເພື່ອຈະໄດ້ຕ້ອນຮັບນັກທ່ອງທ່ຽວຈີນ. ສະມາຄົມທ່ອງທ່ຽວ ແລະ ຜູ້ປະກອບການໃນການທ່ອງທ່ຽວຂອງອິນໂດເນເຊຍ ກໍຍິນດີຕ້ອນຮັບນັກທ່ອງທ່ຽວຈີນໄປທ່ຽວອິນໂດເນເຊຍເຊັ່ນກັນ.


ຕົວເລກຂໍ້ມູນຈາກເວັບໄຊ C-trip ຂອງຈີນສະແດງໃຫ້ເຫັນວ່າ: ມາຮອດວັນທີ 12 ມັງກອນ 2023 ນີ້, ຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ຽວບັນດາປະເທດອາຊີຕາເວັນອອກສຽງໃຕ້ໄດ້ເພີ່ມຂຶ້ນ 10 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ຂະນະດຽວກັນ, ຈຳນວນການສັ່ງຈອງປີ້ຍົນໄດ້ເພີມຂຶ້ນ 8 ເທົ່າ. ໃນໄລຍະບຸນກຸດຈີນປີນີ້, ຈຳນວນນັກທ່ອງທ່ຽວຈີນເລືອກໄປທ່ຽວໄທໄດ້ລຽງຢູ່ອັນດັບໜຶ່ງ, ຮອງມາແມ່ນສິງກະໂປ, ມາເລເຊຍ, ກຳປູເຈຍ, ອິນໂດເນເຊຍ ແລະ ປະເທດອາຊີຕາເວັນອອກສຽງໃຕ້ອື່ນໆ ຕາມລຳດັບ.


ເມື່ອບໍ່ດົນມານີ້, ສະພາການຄ້າຈີນປະຈຳຟີລິບປິນເປີດເຜີຍວ່າ: ປີ 2023, ນັກທ່ອງທ່ຽວຈີນຈະຊ່ວຍໃຫ້ຟີລິບປິນ ບັນລຸເປົ້າໝາຍການເຕີບໂຕດ້ານເສດຖະກິດທີ່ຢູ່ລະຫວ່າງ 6,5% ຫາ 7,5%; ຂະນະທີ່ ລັດຖະມົນຕີກະຊວງການເງິນໄທກໍກ່າວວ່າ: ຈີນຟື້ນຟູໃຫ້ນັກທ່ອງທ່ຽວປະເທດຕົນໄປທ່ຽວຕ່າງປະເທດຢ່າງເປັນລະບຽບ ຈະສາມາດຊ່ວຍຊຸກຍູ້ໃຫ້ເສດຖະກິດໄທ ບັນລຸເປົ້າໝາຍການເຕີບໂຕໃນລະດັບ 3,8% ໃນປີນີ້; ໜັງສືພິມ “ຫຼຽນເຫີຈາວປ້າວ” ຂອງສິງກະໂປກໍໄດ້ລາຍງານວ່າ: ນັກທ່ອງທ່ຽວຈີນໄປທ່ຽວສິງກະໂປ ຈະເຮັດໃຫ້ຍອດມູນຄ່າການບໍລິໂພກໃນທົ່ວສັງຄົມສິງກະໂປເພີ່ມຂຶ້ນກວ່າ 10 ຕື້ຢວນໃນໝົດປີ.


ຈາກຂໍ້ມູນດັ່ງກ່າວເຫັນໄດ້ວ່າ: ນັກທ່ອງທ່ຽວຈີນໄປທ່ຽວຕ່າງປະເທດ, ໃນຂະນະທີ່ສຳຜັດກັບທິວທັດທຳມະຊາດທີ່ສວຍງາມ ແລະ ຮີດຄອງປະເພນີທີ່ດີຂອງຕ່າງປະເທດ, ກໍຈະເປັນການສ້າງຄວາມໝັ້ນໃຈໃຫ້ແກ່ອຸດສາຫະກຳທ່ອງທ່ຽວຂອງທ້ອງຖິ່ນຕ່າງໆເຊັ່ນກັນ. ພ້ອມດຽວກັນກັບການຕ້ອນຮັບນັກທ່ອງທ່ຽວຈີນ, ອຸດສາຫະກຳທ່ອງທ່ຽວຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້ ກໍໄດ້ຟື້ນຕົວຄືນຢ່າງວ່ອງໄວ.