ເຫດການຍົນຕົກຢູ່ເນປານເຮັດໃຫ້ມີຜູ້ເສຍຊີວິດ 68 ຄົນແລ້ວ

2023-01-16 18:24:20 cri

 


    ເຈົ້າໜ້າທີ່ລັດຖະບານເນປານເປີດເຜີຍໃຫ້ຮູ້ໃນວັນທີ 15 ມັງກອນນີ້ວ່າ, ເຫດການຍົນຕົກທີ່ເກີດໃນມື້ດຽວກັນເຮັດໃຫ້ມີຜູ້ເສຍຊີວິດ 68 ຄົນ, ໃນນັ້ນ, ມີເດັກນ້ອຍ 6 ຄົນ. ປັດຈຸບັນ, ວຽກງານກອບກູ້ຍັງສືບຕໍ່ດຳເນີນຢູ່.

    ຍົນລຳໜຶ່ງທີ່ບັນທຸກຜູ້ໂດຍສານ 72 ຄົນຂອງບໍລິສັດການບິນແຢຕີເນປານໄດ້ຕົກຢູ່ເຂດໂປຄາຣາພາກກາງຂອງເນປານໃນມື້ດຽວກັນ. ໂຄສົກກົມການບິນພົນລະເຮືອນເນປານກ່າວວ່າ: ປັດຈຸບັນ, ໄດ້ຊອກພົບຜູ້ເສຍຊີວິດ  68 ສົບຢູ່ບໍລິເວນຍົນຕົກ. ກົມການບິນພົນລະເຮືອນເນປານໄດ້ອອກຖະແຫຼງການໂດຍລະບຸວ່າ:  ຍົນທີ່ເກີດເຫດໄດ້ບັນທຸກຜູ້ໂດຍສານຕ່າງປະເທດ 15 ຄົນ, ໃນນັ້ນ, ອິນເດຍ 5 ຄົນ, ຣັດເຊຍ 4 ຄົນ, ສ ເກົາຫຼີ 2 ຄົນ, ອົສຕຣາລີ 1 ຄົນ, ອຽກລັງ 1 ຄົນ, ອາຊັງຕີນ 1 ຄົນ ແລະຝຣັ່ງ 1 ຄົນ.