ການເດີນທາງອອກໄປຕ່າງປະເທດບໍ່ພຽງແຕ່ຮັບໃບສັ່ງຊື້ເທົ່ານັ້ນ, ຍັງໄດ້ເພີ່ມຄວາມໝັ້ນໃຈຂອງຈີນໃນດ້ານການຄ້າກັບຕ່າງປະເທດ ແລະ ການພັດທະນາເສດຖະກິດອີດດ້ວຍ

2023-01-17 16:56:08 cri

ຄວາມສ່ຽງໃນການຖົດຖອຍລົງຂອງເສດຖະກິດໂລກເພີ່ມຂຶ້ນ, ການເຕີບໂຕດ້ານຄວາມຕ້ອງການຈາກຕ່າງປະເທດສືບຕໍ່ຊ້າລົງ, ພະຍາດໂຄວິດ-19 ຍັງແພ່ລະບາດໃນທົ່ວໂລກ. ສຳລັບປະເທດຈີນແລ້ວ, ປີ 2022 ທີ່ຫາກໍ່ຜ່ານໄປນັ້ນແມ່ນປີທີ່ມີຄວາມກົດດັນໃຫຍ່ສົມຄວນ. ເຖິງວ່າສະພາບແວດລ້ອມພາຍນອກສັບສົນ ແລະ ຂ້ຽວຂາດຫຼາຍກໍຕາມ, ແຕ່ອີງຕາມຕົວເລກຂໍ້ມູນທີ່ອົງການພາສີແຫ່ງຊາດຈີນເປີດເຜີຍໃນເມື່ອບໍ່ດົນມານີ້, ການຄ້າກັບຕ່າງປະເທດຂອງຈີນຍັງໄດ້ໝາກຜົນດີສົມຄວນ: ຍອດມູນຄ່າຂາເຂົ້າຂາອອກຂອງຈີນໃນປີ 2022 ໄດ້ບັນລຸເຖິງ 42.070 ຕື້ຢວນ, ເມື່ອທຽບໃສ່ປີ 2021 ໄດ້ເພີ່ມຂຶ້ນ 7,7%. ປະລິມານການຄ້າກັບຕ່າງປະເທດຂອງຈີນຫຼາຍກວ່າ 4 ໝື່ນຕື້ຢວນເປັນຄັ້ງທຳອິດ, ໄດ້ຮັກສາຖານະປະເທດໃຫຍ່ດ້ານການຄ້າສິນຄ້າປະເພດຈັບຕ້ອງໄດ້ໃຫຍ່ອັນດັບໜຶ່ງຂອງໂລກ 6 ປີລຽນຕິດ.

ເປັນຫຍັງການຄ້າກັບຕ່າງປະເທດຂອງຈີນຈຶ່ງບັນລຸໄດ້ໝາກຜົນທີ່ພົ້ນເດັ່ນ? ໃນຖານະເປັນປະເທດໃຫຍ່ດ້ານອຸດສາຫະກຳການຜະລິດທີ່ໃຫຍ່ອັນດັບໜຶ່ງຂອງໂລກ, ປະເທດຈີນຍັງເປັນປະເທດໃຫຍ່ດ້ານການຄ້າສິນຄ້າປະເພດຈັບຕ້ອງໄດ້ໃຫຍ່ອັນດັບໜຶ່ງຂອງໂລກອີກ. ຄວາມສາມາດການຜະລິດທີ່ເຂັ້ມແຂງ, ອຸດສາຫະກຳສົມທົບທີ່ດີເດັ່ນ, ການຈໍລະຈອນສິນຄ້າທີ່ສະດວກ, ແຮງງານທີ່ພຽງພໍ ແລະ ມີປະສິດທິພາບສູງ, ທັງໝົດເຫຼົ່ານີ້ລ້ວນແຕ່ແມ່ນເງື່ອນໄຂທີ່ດີທີ່ເຮັດໃຫ້ປະເທດຈີນກາຍເປັນປະເທດເຂັ້ມແຂງດ້ານການຄ້າ. ແຕ່ສິ່ງສຳຄັນທີ່ສຸດກໍຄື: ປະເທດຈີນໄດ້ຍຶດໝັ້ນເອົາສອງປັດໄຈສຳຄັນຄື “ຕະຫຼາດ” ແລະ “ຜະລິດຕະພັນ.”

ເພື່ອຮັກສາສ່ວນແບ່ງໃນຕະຫຼາດໃຫ້ມີຄວາມໝັ້ນທ່ຽງ, ຊ່ວຍເຫຼືອວິສາຫະກິດຕ່າງໆຍາດແຍ່ງໃບສັ່ງຊື້ຈາກຕະຫຼາດຕ່າງປະເທດ, ແຫ່ງຕ່າງໆຂອງຈີນໄດ້ສົ່ງຄະນະຜູ້ແທນຂອງວິສາຫະກິດຈຳນວນຫຼວງຫຼາຍໄປຕ່າງປະເທດເພື່ອຍາດແຍ່ງເອົາໃບສັ່ງຊື້, ແລະສ້າງໂອກາດດຳເນີນທຸລະກິດຢູ່ຕ່າງປະເທດໃຫ້ແກ່ວິສາຫະກິດການຄ້າກັບຕ່າງປະເທດ. ນອກຈາກແຂວງເຈີ້ຈ່ຽງເຊິ່ງເປັນແຂວງທຳອິດທີ່ສົ່ງຄະນະຜູ້ແທນວິສາຫະກິດໄປຕ່າງປະເທດແລ້ວ, ແຂວງກວາງຕຸ້ງ, ແຂວງຈ່ຽງຊູ່, ແຂວງເສສວນ ແລະ ແຂວງອື່ນໆກໍໄດ້ສົ່ງຄະນະຜູ້ແທນໄປຕ່າງປະເທດເຊັ່ນກັນ, ເພື່ອຮັບເອົາໃບສັ່ງຊື້ຈາກຕະຫຼາດຕ່າງປະເທດ, ໃນທີ່ສຸດກໍມີຂ່າວດີສົ່ງມາເລື້ອຍໆ. ນັບມາຮອດທ້າຍເດືອນທັນວາ 2022, ແຂວງເຈີ້ຈ່ຽງໄດ້ສົ່ງຄະນະຜູ້ແທນວິສາຫະກິດໄປຕ່າງປະເທດຫຼາຍກວ່າ 20 ຄະນະ, ໄດ້ຮັບໃບສັ່ງຊື້ໃໝ່ທີ່ມີມູນຄ່າຫຼາຍກວ່າ 18 ຕື້ຢວນ, ການສົ່ງຄະນະຜູ້ແທນວິສາຫະກິດໄປຕ່າງປະເທດແບບນີ້ຖືວ່າໄດ້ຮັບໝາກຜົນເບື້ອງຕົ້ນ; ນະຄອນຊູ່ໂຈ່ວໄດ້ສົ່ງໜ່ວຍໂຄສະນາການລົງທຶນ 30 ໜ່ວຍໄປປະເທດເອີຣົບ, ໄດ້ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການລົງທຶນມີມູນຄ່າ 5,924 ຕື້ໂດລາສະຫະລັດ, ໄດ້ໄປເປິກສາກັບລູກຄ້າ 362 ແຫ່ງ, ໄດ້ຮັບໃບສັ່ງຊື້ 3 ຕື້ຢວນ; ນະຄອນນານກິ່ງໄດ້ສົ່ງຄະນະຜູ້ແທນວິສາຫະກິດຫຼາຍກວ່າ 330 ຄະນະ, ລວມໄດ້ເຊັນສັນຍາ ແລະ ໄດ້ໃບສັ່ງຊື້ບັນລຸເຖິງ 3 ຕື້ຢວນ; ແຂວງອ່ານຮຸ່ຍຈັດຕັ້ງວິສາຫະກິດຫຼາຍກວ່າ 110 ແຫ່ງດຳເນີນການເຄື່ອນໄຫວເສດຖະກິດການຄ້າຢູ່ 20 ກວ່າປະເທດ, ໃນເວລາ 10 ວັນໄດ້ໃບສັ່ງຊື້ຫຼາຍກວ່າ 2,24 ຕື້ຢວນ, ທັງໄດ້ບົດບັນທຶກຊ່ວຍຈຳກ່ຽວກັບການລົງທຶນມີມູນຄ່າເຖິງ 10,1 ຕື້ຢວນ.

ແຫ່ງຕ່າງໆຂອງຈີນສົ່ງຄະນະຜູ້ແທນວິສາຫະກິດໄປຕ່າງປະເທດ ແລະ ໄດ້ຮັບໃບສັ່ງຊື້ໃຫຍ່ເລື້ອຍໆ,ເຊິ່ງເປັນການເພີ່ມຄວາມໝັ້ນໃຈຂອງຈີນໃນດ້ານການຄ້າຕໍ່ຕ່າງປະເທດ ແລະ ການພັດທະນາເສດຖະກິດ, ນອກນັ້ນຍັງໄດ້ສົ່ງສັນຍານອັນຕັ້ງໜ້າທີ່ການຄ້າກັບຕ່າງປະເທດຂອງຈີນເລີ່ມຟື້ນຕົວຄືນໃໝ່. ພາຍໃຕ້ສະພາບການທີ່ເສດຖະກິດໂລກເຕັມໄປດ້ວຍຄວາມບໍ່ແນ່ນອນ, ການກ້າວອອກໄປຕ່າງປະເທດຢ່າງຕັ້ງໜ້າ, ສະແຫວງຫາໂອກາດທຸລະກິດການຄ້າໃນທົ່ວໂລກ, ແລະສ້າງໂອກາດທຸລະກິດການຄ້າດ້ວຍຕົນເອງ, ມີຄວາມໝາຍສຳຄັນຕໍ່ກັບການເປັນເຈົ້າການພັດທະນາເສດຖະກິດ, ແລະບັນລຸການພັດທະນາຢ່າງໝັ້ນທ່ຽງໃນໄລຍະຕົ້ນຂອງປີ 2023.