ສາທາສືບຕໍ່ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຄຽງຄູ່ກັບການໃຫ້ວັກຊີນຮອບປົກກະຕິໃຫ້ກັບປະຊາຊົນ.

2023-01-17 12:08:34 cri

     ໃນວັນທີ 16 ມັງກອນ 2023, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມສະຫຼຸບຜົນສໍາເລັດຂອງວຽກງານການໃຫ້ວັກຊີນກັນພະຍາດປະຈໍາປີ 2022 ແລະຜ່ານແຜນການ ປີ 2023 ຂຶ້ນ ເພື່ອຖອດຖອນບົດຮຽນ ຈາກການປະຕິບັດວຽກງານການປ້ອງກັນພະຍາດດ້ວຍວັກຊີນ ແລະສົ່ງເສີມສຸຂະພາບໄລຍະຜ່ານມາ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ. 

      ໃນກອງປະຊຸມໄດ້ຕີລາຄາວ່າ: ເມືອສອງປີຜ່ານມາ ສປປ ລາວ ໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກພະຍາດ ໂຄວິດ-19 ຄືກັນກັບບັນດາປະເທດອື່ນໆໃນທົ່ວໂລກ ເຊິ່ງເຮັດໃຫ້ມີຜົນກະທົບຕໍ່ການເຄື່ອນໄຫວວຽກງານໃຫ້ວັກຊີນກັນພະຍາດໃນຮອບປົກກະຕິ, ລວມທັງການບໍລິການອື່ນໆ ດ້ານສາທາລະນະສຸກ. ໃນນັ້ນ, ຫຼາຍເມືອງ ແລະ ໂຮງໝໍນ້ອຍຫຼາຍແຫ່ງຍັງໄດ້ສືບຕໍ່ຈັດຕັ້ງປະຕິບັດບໍລິການໃຫ້ວັກຊີນກັນພະຍາດແກ່ແມ່ຍິງ ແລະເດັກນ້ອຍ ເປັນປົກກະຕິ ພ້ອມທັງເຊື່ອມສານກັບການໃຫ້ວັກຊີນກັນພະຍາດໂຄວິດ-19. ທັງນີ້ກໍຍ້ອນວ່າ ພະນັກງານໃນຂະແໜງການທີ່ກ່ຽວຂ້ອງ ມີຄວາມຕັດສິນໃຈສູງໃນການເຮັດຫຼ້ອນໜ້າທີ່ຂອງຕົນ ເພື່ອປົກປ້ອງປະຊາຊົນຈາກການເຈັບເປັນຍ້ອນພະຍາດອັນຕະລາຍຕ່າງໆ ທີ່ອາດເກີດຂຶ້ນໃນໄລຍະທີ່ມີການລະບາດຂອງພະຍາດ. ສະເພາະໃນປີ 2023 ກະຊວງສາທາລະນະສຸກເຫັນດີໃຫ້ສືບຕໍ່ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຄຽງຄູ່ກັບການໃຫ້ວັກຊີນຮອບປົກກະຕິ ໃຫ້ກັບປະຊາຊົນໃນຂອບເຂດທົ່ວປະເທດ.


meng meng :

[语音]