ທ່ານສີຈິ້ນຜິງແລະບຸກຄົນນອກພັກຄອມມູນິດຮ່ວມກັນຕ້ອນຮັບບຸນກຸດຈີນ

2023-01-17 14:41:24 cri


ຕອນເຊົ້າວັນທີ16ມັງກອນນີ້,ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ,ປະທານຄະນະກຳມະການການທະຫານສູນກາງຈີນໄດ້ຮ່ວມກັບສູນກາງພັກປະຊາທິປະໄຕຕ່າງໆ,ຜູ້ຮັບຜິດຊອບສະຫະພັນອຸດສາຫະກຳການຄ້າທົ່ວປະເທດ ແລະບຸກຄົນບໍ່ຂຶ້ນກັບພັກຝ່າຍໃດ ຈັດງານສົນທະນາກັນເພື່ອຕ້ອນຮັບບຸນກຸດຈີນ. ທ່ານສີຈິ້ນຜິງໄດ້ຕາງໜ້າສູນກາງພັກຄອມມູນິດຈີນສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ສະມາຊິກໜ່ວຍການນຳຂອງສູນກາງພັກປະຊາທິປະໄຕຕ່າງໆແລະສະຫະພັນອຸດສາຫະກຳການຄ້າທົ່ວປະເທດ,ທັງໄດ້ສະແດງຄວາມຢື້ຢາມຖາມຂ່າວອັນຈິງໃຈແລະຄວາມອວຍພອນບຸນກຸດຈີນໃຫ້ບຸກຄົນຂອງຝ່າຍພັກປະຊາທິປະໄຕຕ່າງໆ, ສະຫະພັນອຸດສາຫະກຳການຄ້າທົ່ວປະເທດ, ບຸກຄົນບໍ່ຂຶ້ນກັບພັກຝ່າຍໃດ ແລະສະມາຊິກອັນມະຫາສານໃນແນວໂຮມເອກະພາບ. ທ່ານກ່າວເນັ້ນວ່າ: ປີ2023ແມ່ນປີເປີດໂສມໜ້າໃໝ່ໃນການເຊື່ອມຊືມແລະຈັດຕັ້ງປະຕິບັດຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກຄອມມູນິດຈີນ, ເຊິ່ງມີທັງຄວາມຫວັງແລະສິ່ງທ້າທາຍຄົງຕົວຢູ່ນຳກັນ.ຫວັງວ່າຄົນທັງຫຼາຍຈະເຊື່ອມຊືມແລະຈັດຕັ້ງປະຕິບັດຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກຄອມມູນິດຈີນຢ່າງຮອບດ້ານ,ທັງເສີມຂະຫຍາຍບົດບາດໃຫຍ່ກວ່າເກົ່າເຂົ້າໃນການເຕົ້າໂຮມກຳລັງເປັນອັນດຽວກັນແລະບໍລິການສະພາບລວມ ຂອງທົ່ວປະເທດ.