ອົງການສະຖິຕິແຫ່ງຊາດຈີນ: ຍອດມູນຄ່າຜະລິດຕະພັນພາຍໃນຫຼື GDP ຂອງຈີນໝົດປີ 2022 ບັນລຸເຖິງ 121.020,7 ຕື້ຢວນ ເພີ່ມຂຶ້ນ 3,0% ເມື່ອທຽບໃສ່ປີ 2021

2023-01-17 15:32:45 cri



      ວັນທີ 17 ມັງກອນນີ້, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍໄດ້ຄິດໄລ່ໃນໄລຍະເບື້ອງຕົ້ນວ່າ: ປີ 2022, ຍອດມູນຄ່າຜະລິດຕະພັນພາຍໃນຫຼື GDP ຂອງຈີນໄດ້ບັນລຸເຖິງ 121.020,7 ຕື້ຢວນ, ຖ້າຄິດໄລ່ຕາມລາຄາທີ່ບໍ່ປ່ຽນແປງແລ້ວ,ໄດ້ເພີ່ມຂຶ້ນ 3,0% ເມື່ອທຽບໃສ່ປີກ່ອນ.

      ຖ້າເບິ່ງຈາກດ້ານອຸດສາຫະກຳແລ້ວເຫັນວ່າ, ມູນຄ່າເພີ່ມຂຶ້ນຂອງພາກກະສິກຳມີເຖິງ 8.834,5 ຕື້ຢວນ, ເພີ່ມຂຶ້ນ 4,1% ເມື່ອທຽບໃສ່ປີກ່ອນ; ມູນຄ່າເພີ່ມຂຶ້ນຂອງພາກອຸດສາຫະກຳມີເຖິງ 48.316,4 ຕື້ຢວນ,ເພີ່ມຂຶ້ນ 3,8%; ແລະມູນຄ່າເພີ່ມຂຶ້ນຂອງພາກການບໍລິການມີເຖິງ 63.869,8 ຕື້ຢວນ,ເພີ່ມຂຶ້ນ 2,3%.

      ຖ້າເບິ່ງຈາກໄຕມາດແລ້ວເຫັນວ່າ: GDP ໃນໄຕມາດທຳອິດຂອງປີ 2022 ເພີ່ມຂຶ້ນ 4,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ, ໄຕມາດທີສອງເພີ່ມຂຶ້ນ 0,4%,ໄຕມາດທີສາມເພີ່ມຂຶ້ນ 3,9%, ແລະໄຕມາດທີສີ່ເພີ່ມຂຶ້ນ 2,9%. ຖ້າເບິ່ງຈາກສອງໄຕມາດລຽນຕິດແລ້ວເຫັນວ່າ, GDP ໃນໄຕມາດທີສີ່ຮັກສາຢູ່ໃນລະດັບເທົ່າທຽມກັນກັບໄຕມາດທີສາມ.