ງານລາຕີສະຫຼອງບຸນກຸດຈີນປີ 2023 ຈັດກອງປະຊຸມຖະແຫຼງຂ່າວເພື່ອແຈ້ງສະພາບການປະດິດສ້າງໃໝ່ດ້ານເຕັກນິກແລະຈຸດພົ້ນເດັ່ນຂອງລາຍການ

2023-01-17 09:51:31 cri

      ວັນທີ 16 ມັງກອນນີ້, ງານລາຕີສະຫຼອງບຸນກຸດຈີນປີ 2023 ຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍໄດ້ແຈ້ງໃຫ້ຮູ້ຈຸດພົ້ນເດັ່ນການປະດິດສ້າງໃໝ່ດ້ານເຕັກນິກຫຼາຍລາຍການ ແລະຊື່ພິທີກອນຢ່າງເປັນທາງການ,ພ້ອມທັງເປີດເຜີຍວິດີໂອໂຄສະນາຄວາມງາມຂອງເວທີປະຈຳງານແລະວິດີໂອກາຕູນທີ່ມີ “ທູ້ຢວນຢວນ” ເປັນສັດນຳໂຊກ. ທ່ານ ວາງສຽວເຈີ່ນ ຮອງຜູ້ອຳນວຍການ CMG ໄດ້ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວຄັ້ງນີ້.

      ທ່ານ ຈ່ຽງເວີນໂປ່ ສະມາຊິກຄະນະບັນນາທິການຂອງ CMG ໄດ້ແຈ້ງສະພາບການນຳໃຊ້ເຕັກນິກທີ່ມີການປະດິດສ້າງໃໝ່,ແລະກ່າວວ່າຈະສະແດງໃຫ້ເຫັນເຖິງໝາກຜົນທີ່ອຸດົມສົມບູນຂອງ CMG ຢ່າງເຕັມສ່ວນໃນການສ້າງສາຍຸດທະສາດ “5G+4K/8K+AI”, ຈະນຳໃຊ້ເຕັກນິກ 4K/8K、AI、XR ແລະເຕັກນິກໃໝ່ອື່ນໆຢ່າງຫຼວງຫຼາຍ, ຈະຊຸກຍູ້ການເຊື່ອມໂຍງກັນດ້ານການປະດິດສ້າງໃໝ່ “ແນວຄິດ+ສິລະປະ+ເຕັກນິກ” ຢ່າງຕໍ່ເນື່ອງ,ເພື່ອໃຫ້ຊາວຈີນໃນທົ່ວໂລກສາມາດໄດ້ຊົມງານທີ່ມີລັກສະນະແນວຄວາມຄິດ,ລັກສະນະສິລະປະ,ໜ້າຊົມແລະເຕັມໄປດ້ວຍເຕັກນິກ.