ສາໜາມບິນສາກົນຕ້າຊີ່ງຈີນຟື້ນຟູຖ້ຽວບິນສາກົນ ແລະເຂດແຄວ້ນຄືນໃໝ່ຢ່າງເປັນທາງການໃນວັນທີ 17 ມັງກອນນີ້

2023-01-17 15:01:16 cri

 

    ເວລາ 9 ໂມງຂອງວັນທີ 17 ມັງກອນນີ້, ຖ້ຽວບິນ CZ309 ໄດ້ອອກເດີນທາງຈາກສະໜາມບິນສາກົນຕ້າຊີ່ງນະຄອນຫຼວງປັກກິ່ງຈີນໄປສູ່ເຂດຮົງກົງ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າສະໜາມບິນສາກົນຕ້າຊີ່ງໄດ້ຟື້ນຟູຖ້ຽວບິນສາກົນ ແລະເຂດແຄວ້ນຄືນໃໝ່ຢ່າງເປັນທາງການ, ເສັ້ນທາງການບິນດັ່ງກ່າວແມ່ນເສັ້ນທາງການບິນສາກົນ ແລະເຂດແຄວ້ນສາຍທຳອິດທີ່ສະໜາມບິນສາກົນຕ້າຊີ່ງໄດ້ຟື້ນຟູ.

    ນັບແຕ່ວັນທີ 17 ມັງກອນນີ້ເປັນຕົ້ນໄປ, ບໍລິສັດການບິນຕ່າງໆ, ເຊັ່ນ: ບໍລິສັດການບິນຊາວເທີນ ແອຣລາຍ, ບໍລິສັດການບິນອິສເທີນ ແອຣລາຍ,  ບໍລິສັດການບິນຄາປີທັນ ແອຣລາຍ, ບໍລິສັດການບິນຮີມາໄລ ແລະອື່ນໆຕ່າງມີແຜນການຈະຟື້ນຟູເສັ້ນທາງການບິນສາກົນ ແລະເຂດແຄວ້ນຄືນໃໝ່ຢູ່ສະໜາມບິນສາກົນຕ້າຊີ່ງຕາມລຳດັບ, ໃນນັ້ນ,   ເສັ້ນທາງການບິນສາກົນ ແລະເຂດແຄວ້ນທີ່ຟື້ນຟູນັ້ນມີ 4 ສາຍ ລວມທັງເສັ້ນທາງການບິນລະຫວ່າງຕ້າຊີ່ງຂອງນະຄອນຫຼວງປັກກິ່ງ ແລະເຂດຮົງກົງຂອງບໍລິສັດການບິນ ຊາວເທີນ ແອຣລາຍ, ໃນຕໍ່ໄປນີ້, ຍັງຈະຟື້ນຟູເສັ້ນທາງການບິນທີ່ມີໄລຍະທາງໄກກວ່າເກົ່າ. ໃນຂະນະດຽວກັນ, ຍັງຈະຟື້ນຟູການບໍລິການຕໍ່ຍົນສາກົນ ແລະນະໂຍບາຍຍົກເວັ້ນວິຊາທີ່ຕໍ່ຍົນໄປຕ່າງປະເທດຢູ່ເຂດນະຄອນຫຼວງປັກກິ່ງ-ນະຄອນທຽນສິນ-ແຂວງເຮີເປີຍພາຍໃນ 144 ຊົ່ວໂມງ(TWOV).