ວິສາຫະກິດທຶນຕ່າງປະເທດມີຄວາມພໍໃຈຕໍ່ສະພາບແວດລ້ອມດ້ານການດຳເນີນທຸລະກິດຂອງຈີນໃນລະດັບສູງໂດຍລວມ

2023-01-17 15:02:34 cri

 

    ຄະນະກຳມະການສົ່ງເສີມການຄ້າສາກົນຈີນໄດ້ເຜີຍແຜ່ “ບົດລາຍງານການສຳຫຼວດ ແລະຄົ້ນຄວ້າສະພາບແວດລ້ອມດ້ານການດຳເນີນທຸລະກິດຢູ່ຈີນຂອງທຶນຕ່າງປະເທດໃນໄຕມາດທີ 4 ປີ 2022” ຢູ່ກອງປະຊຸມຖະແຫຼງຂ່າວຂອງຄະນະກຳມະການສົ່ງເສີມການຄ້າສາກົນຈີນ ທີ່ຈັດຂຶ້ນໃນວັນທີ 17 ມັງກອນນີ້. ບົດລາຍງານລະບຸວ່າ: ວິສາຫະກິດທຶນຕ່າງປະເທດມີຄວາມພໍໃຈຕໍ່ສະພາບແວດລ້ອມດ້ານການດຳເນີນທຸລະກິດຂອງຈີນໃນລະດັບສູງໂດຍລວມ.

    ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ວິສາຫະກິດທຶນຕ່າງປະເທດ 90,22% ຕີລາຄາໃນຂັ້ນ “ຂ້ອນຂ້າງພໍໃຈ” ຂຶ້ນໄປຕໍ່ສະຖານທີ່ດຳເນີນທຸລະກິດ ແລະການເສຍອາກອນ, 88,26% ຕີລາຄາໃນຂັ້ນ “ຂ້ອນຂ້າງພໍໃຈ” ຂຶ້ນໄປຕໍ່ການອະນຸມັດເຂົ້າສູ່ຕະຫຼາດຈີນ.

    ອີງຕາມຜົນການສຳຫຼວດສະແດງໃຫ້ເຫັນວ່າ: ປີ 2022, ວິສາຫະກິດທີ່ໃຫ້ສຳພາດນັ້ນມີຄວາມຮູ້ສຶກວ່າໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດໃນດ້ານການສ້າງຕັ້ງວິສາຫະກິດ, ການຍົກເລີກທຸລະກິດ ແລະສະພາບແວດລ້ອມດ້ານພື້ນຖານໂຄງລ່າງ. ສຳລັບສະພາບແວດລ້ອມດ້ານພື້ນຖານໂຄງລ່າງ, ການຕີລາຄາຕໍ່ການຂົນສົ່ງ ແລະຄົມມະນາຄົມໄດ້ຍົກສູງຂຶ້ນຫຼາຍທີ່ສຸດ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ