ງານວາງສະແດງໂຄມໄຟພາຍໃຕ້ຫົວຂໍ້ “ບຸນກຸດຈີນທີ່ມ່ວນຊື່ນ”ຈັດຂຶ້ນຢູ່ໄທ

2023-01-17 15:00:13 cri


    ງານວາງສະແດງໂຄມໄຟພາຍໃຕ້ຫົວຂໍ້ “ບຸນກຸດຈີນທີ່ມ່ວນຊື່ນ” ໄດ້ໄຂຂຶ້ນຢູ່ເຂດເຍົາວະຣາດນະຄອນຫຼວງບາງກອກປະເທດໄທໃນວັນທີ 16 ມັງກອນນີ້, ເຊິ່ງໄດ້ສ້າງບັນຍາກາດວັນບຸນທີ່ຟົດຟື້ນໃຫ້ແກ່ບຸນກຸດຈີນທີ່ໃກ້ຈະໝູນວຽນມາເຖິງ.

    ທ່ານ ພິພັດ ຣັດຊະກິດປຣະການ ລັດຖະມົນຕີກະຊວງການທ່ອງທ່ຽວ ແລະກິລາຂອງໄທກ່າວວ່າ, ບຸນກຸດຈີນແມ່ນໜຶ່ງໃນກິດຈະກຳສະເຫຼີມສະຫຼອງທີ່ສຳຄັນຂອງໄທ, ຫວັງຈະຖືເອົາໂອກາດນີ້ຕ້ອນຮັບນັກທ່ອງທ່ຽວຈີນຫຼາຍກວ່າເກົ່າເຂົ້າມາທ່ຽວປະເທດໄທ. ເພື່ອຕ້ອນຮັບນັກທ່ອງທ່ຽວຈີນກັບມາທ່ຽວປະເທດໄທຄືນໃໝ່, ໄທຈະຈັດກິດຈະກຳສະເຫຼີມສະຫຼອງບຸນກຸດຈີນຢູ່ 5 ເຂດເປັນພິເສດໃນປີນີ້ ແລະເຮັດໃຫ້ມວນຊົນທັງຫຼາຍສຳຜັດໄດ້ກັບບັນຍາກາດຂອງວັນບຸນຢ່າງແທ້ຈິງ.

    ຕາມຂ່າວລາຍງານວ່າ, ງານວາງສະແດງໂຄມໄຟຄັ້ງນີ້ຈະດຳເນີນໄປຈົນຮອດວັນທີ 15 ກຸມພາທີ່ຈະມາເຖິງນີ້.