ຝົນຕົກໜັກທີ່ເກີດຂຶ້ນຢູ່ຟີລິບປິນເຮັດໃຫ້ເກີດນ້ຳຖ້ວມ ມີຜູ້ເສຍຊີວິດ 28 ຄົນແລະຫຼາຍກວ່າ 1,39 ລ້ານຄົນປະສົບໄພ

2023-01-17 15:35:05 cri



      ຄະນະກຳມະການຫຼຸດຜ່ອນແລະຕ້ານໄພພິບັດແຫ່ງຊາດຟີລິບປິນໄດ້ອອກແຈ້ງການວ່າ: ນັບມາຮອດເວລາ 6 ໂມງຂອງວັນທີ 16 ມັງກອນນີ້ຕາມເວລາທ້ອງຖິ່ນ, ຍ້ອນຝົນຕົກໜັກທີ່ເກີດຂຶ້ນຢູ່ຟີລິບປິນໃນຫວ່າງມໍ່ໆມານີ້ເກີດນ້ຳຖ້ວມ ເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນເປັນ 28 ຄົນ, ຫາຍສາບສູນ 3 ຄົນ.

      ແຈ້ງການລະບຸວ່າ: ປັດຈຸບັນ, ຈຳນວນຜູ້ປະສົບໄພແມ່ນມີຫຼາຍກວ່າ 1,39 ລ້ານຄົນ, ຜົນເສຍຫາຍທາງດ້ານພື້ນຖານໂຄງລ່າງມີມູນຄ່າຫຼາຍກວ່າ 171 ລ້ານເປໂຊ, ຜົນເສຍຫາຍທາງດ້ານກະສິກຳມີເກືອບເຖິງ 274 ລ້ານເປໂຊ.

      ນັບແຕ່ວັນທີ 2 ມັງກອນນີ້ເປັນຕົ້ນມາ, ຍ້ອນໄດ້ຮັບຜົນກະທົບຈາກຄວາມດັນຂອງກະແສລົມໃນເຂດຮ້ອນ, ເຮັດໃຫ້ແຫ່ງຕ່າງໆຂອງຟີລິບປິນເກີດຝົນຕົກໜັກແລະເກີດນ້ຳຖ້ວມ,ດິນພູເຈື່ອນແລະໄພພິບັດອື່ນໆ.