ທາງລົດໄຟຄວາມໄວສູງກວາງໂຈ່ວ-ເຊີ່ນເຈີ້ນ-ຮົງກົງຟື້ນຟູການແລ່ນລົດຢ່າງເປັນທາງການ

2023-01-17 12:07:23 cri

      ເວລາ 7 ໂມງ 3 ນາທີຂອງວັນທີ 15 ມັງກອນນີ້, ຂະບວນລົດໄຟຖ້ຽວ G5624 ໄດ້ແລ່ນອອກຈາກສະຖານີເກົາລົງຕາເວັນຕົກຂອງເຂດບໍລິຫານພິເສດຮົງກົງຢ່າງຊ້າໆ,ແລະແລ່ນໄປສູ່ສະຖານີເຊີ່ນເຈີ້ນເໜືອຢ່າງວ່ອງໄວ. ນີ້ແມ່ນຂະບວນລົດໄຟຖ້ຽວທຳອິດທີ່ແລ່ນຕາມທາງລົດໄຟຄວາມໄວສູງກວາງໂຈ່ວ-ເຊີ່ນເຈີ້ນ-ຮົງກົງພາຍຫຼັງຟື້ນຟູການແລ່ນລົດຢ່າງເປັນທາງການ ເຊິ່ງໄດ້ຢຸດສະຫງັກມາເກືອບ 3 ປີຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19.

      ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງບໍລິສັດທາງລົດໄຟຈີນຈຳກັດກວາງໂຈ່ວ ແຈ້ງໃຫ້ຮູ້ວ່າ: ໃນໄລຍະເບື້ອງຕົ້ນທີ່ຟື້ນຟູການແລ່ນລົດຈະຈັດວາງການແລ່ນຂະບວນລົດໄຟຄວາມໄວສູງກວາງໂຈ່ວ,ເຊີ່ນເຈີ້ນແລະເກົາລົງຕາເວັນຕົກຂອງຮົງກົງ. ໃນອະນາຄົດຍັງຈະປັບປຸງແຜນການແລ່ນລົດໃຫ້ດີຂຶ້ນຢ່າງເໝາະສົມຕາມສະພາບການຈໍລະຈອນຜູ້ໂດຍສານ,ເພື່ອຊຸກຍູ້ການຟື້ນຟູການຂົນສົ່ງຜູ້ໂດຍສານຂອງທາງລົດໄຟຄວາມໄວສູງຂ້າມແດນຢ່າງເປັນລະບຽບຮຽບຮ້ອຍ.