ຮອງນາຍົກຈີນແລະລັດຖະມົນຕີກະຊວງການເງິນອາເມຣິກາຈະເຈລະຈາກັນຢູ່ຊູແອັດ

2023-01-17 10:39:03 cri


ວັນທີ16ມັງກອນນີ້,ໂຄສົກກະຊວງການຄ້າຈີນກ່າວວ່າ:ຄະນະຜູ້ແທນເສດຖະກິດການຄ້າຈີນ-ອາເມຣິກາໄດ້ຮັກສາການແລກປ່ຽນຄວາມເຫັນກັນເປັນຢ່າງດີ, ເພື່ອຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນໃນການພົບປະລະຫວ່າງປະມຸກລັດສອງປະເທດຢູ່ເກາະບາຫຼີຂອງອິນໂດເນເຊຍ,ເພີ່ມທະວີການປະສານສົມທົບກັນທາງດ້ານນະໂຍບາຍເສດຖະກິດມະຫາພາກແລະການເງິນ,ທ່ານລີວເຮີ້ ຮອງນາຍົກລັດຖະມົນຕີຈີນແລະທ່ານນາງເຈເນັດ ເຢເລັນ ລັດຖະມົນຕີກະຊວງການເງິນອາເມຣິກາຈະພົບປະກັນຢູ່ນະຄອນຊູລິດຂອງຊູແອັດໃນວັນທີ18ມັງກອນນີ້.


ໂຄສົກກະຊວງການຄ້າຈີນທ່ານນີ້ແມ່ນໃຫ້ຄຳຕອບດັ່ງກ່າວໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບກະຊວງການເງິນອາເມຣິກາແຈ້ງຂ່າວວ່າທ່ານນາງເຢເລັນຈະພົບປະເຈລະຈາກັບທ່ານລີວເຮີ້ຢູ່ຊູແອັດ.