ກອງປະຊຸມເວທີເປິກສາຫາລືເສດຖະກິດໂລກປະຈຳປີ 2023 ໄຂຂຶ້ນຢູ່ປະເທດສວິສ

2023-01-17 14:58:42 cri

 

    ກອງປະຊຸມເວທີເປິກສາຫາລືເສດຖະກິດໂລກປະຈຳປີ 2023 ໄດ້ໄຂຂຶ້ນຢູ່ເມືອງດາໂວສພາກໃຕ້ຂອງປະເທດສວິສ ໃນວັນທີ 16 ມັງກອນນີ້. ກອງປະຊຸມຄັ້ງນີ້ແມ່ນຈັດຂຶ້ນຜ່ານທາງອອຟລາຍໃນລະດູໜາວເປັນຄັ້ງທຳອິດ ນັບແຕ່ພະຍາດໂຄວິດ-19 ແພ່ລະບາດເປັນຕົ້ນມາ.

    ຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ “ເພີ່ມທະວີການຮ່ວມມືຢູ່ໃນໂລກທີ່ແບ່ງແຍກ” ແລະຈະດຳເນີນໄປຈົນຮອດວັນທີ 20 ມັງກອນນີ້. ກອງປະຊຸມຄັ້ງນີ້ໄດ້ເຕົ້າໂຮມຜູ້ຕາງໜ້າປະມານ 2700 ທ່ານທີ່ມາຈາກວົງການການເມືອງ, ການຄ້າ, ປັນຍາຊົນ ແລະສື່ມວນຊົນ, ໂດຍຈະສຸມໃສ່ຫາລືປິ່ນອ້ອມ 5 ຫົວຂໍ້ຫຼັກ, ຄື: ຮັບມືກັບວິກິດການສະບຽງອາຫານ ແລະພະລັງງານຄືແນວໃດ, ຮັບມືກັບໄພເງິນເຟີ້ສູງ,ຈັງຫວະການເຕີບໂຕດ້ານເສດຖະກິດຕ່ຳ ແລະໜີ້ສິນຫຼາຍຄືແນວໃດ, ຮັບມືກັບສະພາບການດ້ານອຸດສາຫະກຳບໍ່ດີຄືແນວໃດ  ແລະ ຮັບມືກັບບັນຫາທີ່ມີຄວາມອ່ອນໄຫວໃນສັງຄົມຄືແນວໃດ, ຮັບມືກັບຄວາມສ່ຽງດ້ານການເມືອງພາກພື້ນຄືແນວໃດ.