ທ່ານສີຈິ້ນຜິງສົ່ງຄຳອວຍພອນປີໃໝ່ອັນປະເສີດມາຍັງປະຊາຊົນບັນດາເຜົ່າທົ່ວປະເທດຈີນກ່ອນບຸນກຸດຈີນຜ່ານທາງວິດີໂອ

2023-01-18 23:26:22 cri


ຕອນເຊົ້າວັນທີ 18 ມັງກອນນີ້, ເນື່ອງໃນໂອກາດບຸນກຸດຈີນ ເຊິ່ງເປັນບຸນປະເພນີຂອງປະຊາຊາດຈີນໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ພົບປະກັບພະນັກງານຂັ້ນຮາກຖານແລະປະຊາຊົນຢູ່ແຂວງເຮີຍລົງຈ່ຽງ, ແຂວງຟູຈ້ຽນ, ເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງ, ແຂວງເຫີໜານ, ນະຄອນຫຼວງປັກກິ່ງ, ແຂວງເສສວນແລະແຫ່ງອື່ນໆຜ່ານທາງວິດີໂອ, ເພື່ອຢື້ຢາມຖາມຂ່າວພະນັກງານແພດໝໍຢູ່ແນວໜ້າປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19, ຜູ້ເຖົ້າຜູ້ແກ່ຢູ່ໂຮງລ້ຽງດູຜູ້ເຖົ້າ, ພະນັກງານກຳມະກອນຂອງວິສາຫະກິດຮັບປະກັນການສະໜອງພະລັງງານ, ພະນັກງານກຳມະກອນຂອງສະຖານີລົດໄຟຄວາມໄວສູງ, ນັກທຸລະກິດແລະມວນຊົນຢູ່ຕະຫຼາດຂາຍສົ່ງຜະລິດຕະພັນກະສິກຳ, ພະນັກງານແລະປະຊາຊົນຢູ່ຊົນນະບົດຂັ້ນຮາກຖານ, ໄດ້ສົ່ງຄວາມຫ່ວງໃຍແລະຄວາມຢື້ຢາມຖາມຂ່າວຂອງສູນກາງພັກມາຍັງຄົນທັງຫຼາຍ,ພ້ອມທັງສົ່ງຄຳອວຍພອນປີໃໝ່ອັນປະເສີດມາຍັງປະຊາຊົນບັນດາເຜົ່າທົ່ວປະເທດ, ອວຍພອນໃຫ້ປະຊາຊົນບັນດາເຜົ່າຈົ່ງມີສຸຂະພາບແຂງແຮງ, ຄອບຄົວມີຄວາມສຸກ, ພາລະກິດມີຄວາມກ້າວໜ້າ, ມີຄວາມເປັນສິລິມຸງຄຸນໃນປີເຖາະ, ອວຍພອນໃຫ້ປະເທດຊາດທີ່ຍິ່ງໃຫຍ່ຈົ່ງຈະເລີນຮຸ່ງເຮືອງ, ປະຊາຊົນມີຄວາມສຸກ!