ຈີນມີແຜນຈະຍິງສົ່ງດາວທຽມສົ່ງຕໍ່ສັນຍານ “ເຊວ້ຊຽວ” 2 ໃນປີ 2024

2023-01-18 14:14:30 cri

 

    ກົມການບິນອະວະກາດແຫ່ງຊາດຈີນເຜີຍໃຫ້ຮູ້ວ່າ: ອີງຕາມແຜນດຳເນີນງານລວມຂອງໂຄງການສຳຫຼວດດວງຈັນ, ຈີນຈະຍິງສົ່ງດາວທຽມສົ່ງຕໍ່ສັນຍານ “ເຊວ້ຊຽວ 2” ໃນປີ 2024, ເພື່ອສະໜອງການບໍລິການດ້ານການສື່ສານໃຫ້ແກ່ຍານສຳຫຼວດ “ຊາງເອີ 6, 7 ແລະ8”.

    ທ່ານວາງຊົງ ຮອງຫົວໜ້າວາງແຜນໜ້າວຽກ  “ຊາງເອີ 6” ແນະນຳໃຫ້ຮູ້ວ່າ: ຍານສຳຫຼວດ “ຊາງເອີ 6” ເປັນຍານສຳຫຼວດສຳຮອງຂອງ “ຊາງເອີ 5”, ມີແຜນຈະປະຕິບັດໜ້າທີ່ເກັບກຳຕົວຢ່າງຢູ່ດ້ານຫຼັງຂອງດວງຈັນໃນປີ 2024-2025.