ສຳພັດກັບຄວາມມີຊີວິດຊີວາຂອງປະເທດຈີນໃນຂະບວນການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນ

2023-01-18 19:13:00 cri

ໃນໄລຍະ 3 ປີຜ່ານມາ, ພາຍໃຕ້ຂໍ້ລິເລີ່ມ “ສະເຫຼີມສະຫຼອງບຸນປີໃໝ່ຢູ່ເຂດທີ່ຕົນປະກອບອາຊີບ”, ສະມາຊິກຄອບຄົວຂອງຈີນຈຳນວນຫຼວງຫຼາຍໄດ້ແຍກກັນ ແລະ ແຈກຢາຍຢູ່ແຫ່ງຕ່າງໆ, ບໍ່ສາມາດພົບພານພ້ອມໜ້າກັນໃນໄລຍະບຸນກຸດຈີນ. ປັດຈຸບັນ, ຄຽງຄູ່ກັບລັດຖະບານຈີນໄດ້ປັບນະໂຍບາຍປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ເໝາະສົມກັບສະພາບຄວາມເປັນຈິງ, ຄວາມອຸ່ນໃຈຈາກການຈະໄດ້ກັບບ້ານເກີດພວມເພີ່ມຂຶ້ນ, ການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນທີ່ມີປີລະເທື່ອກໍໄດ້ເລີ່ມຕົ້ນຢ່າງເປັນທາງການ: ບໍ່ຕ້ອງກວດນິວຄະເລອິກເພື່ອຫາເຊື້ອພະຍາດໂຄວິດ-19 ອີກຢູ່ຈຸດໝາຍປາຍທາງ, ບໍ່ຕ້ອງກັກບໍລິເວນອີກ, ບໍ່ຕ້ອງກວດ QR-CODE ດ້ານສຸຂະພາບ. ການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນຄັ້ງທຳອິດພາຍຫຼັງການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ຂອງຈີນກ້າວເຂົ້າສູ່ໄລຍະໃໝ່, ໃນຫຼາຍມື້ມານີ້, ສະຖານີລົດໄຟ, ສະຖານີລົດໂດຍສານ ແລະ ສະໜາມບິນຢູ່ແຫ່ງຕ່າງໆຂອງຈີນເຕັມໄປດ້ວຍຜູ້ໂດຍສານ, ຄົນທັງຫຼາຍມືຖືເຄື່ອງເດີນທາງນ້ອຍໃຫຍ່ຕ່າງໆ, ເດີນທາງກັບບ້ານເກີດ.

34,736 ລ້ານເທື່ອຄົນ, 35,367 ລ້ານເທື່ອຄົນ, 37,125 ລ້ານເທື່ອຄົນ, 37,47 ລ້ານເທື່ອຄົນ, 37,888 ລ້ານເທື່ອຄົນ.  ພາຍຫຼັງກ້າວເຂົ້າສູ່ໄລຍະການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນຢ່າງເປັນທາງການເມື່ອວັນທີ 7 ມັງກອນເປັນຕົ້ນມາ, ຈຳນວນຜູ້ອອກເດີນທາງນັບມື້ນັບຫຼາຍຂຶ້ນ. ອີງຕາມຜົນວິເຄາະເບື້ອງຕົ້ນຂອງພາກສ່ວນທີ່ກ່ຽວຂ້ອງ, ຍອດຈຳນວນຜູ້ໂດຍສານໃນຂະບວນການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນປີນີ້ຈະບັນລຸເຖິງ 2,095 ຕື້ເທື່ອຄົນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາຈະເພີ່ມຂຶ້ນ 99,5%, ແລະຈະຟື້ນຟູເຖິງ 70,3% ໃນໄລຍະດຽວກັນຂອງປີ 2019.

ບຸນກຸດຈີນແມ່ນໄລຍະເວລາທີ່ຊາວຈີນພົບພານພ້ອມໜ້າກັນກັບຄອບຄົວ ແລະ ຍາດພີ່ນ້ອງ, ແລະກໍເປັນວັນເວລາທີ່ພັກຜ່ອນ ແລະ ອອກທ່ອງທ່ຽວຂອງຄົນຈີນຈຳນວນບໍ່ໜ້ອຍ. ໃນໄລຍະບຸນກຸດຈີນປີນີ້, ຈຳນວນການຄົ້ນຫາຈອງປີ້ຍົນ ແລະ ໂຮງແຮມທັງພາຍໃນ ແລະ ຕ່າງປະເທດຂອງເວທີທ່ອງທ່ຽວອອນລາຍແຫ່ງຕ່າງໆໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ອີງຕາມການຄາດຄະເນຂອງກະຊວງຂົນສົ່ງ ແລະ ຄົມມະນາຄົມຈີນ, ນັກທ່ອງທ່ຽວຈະກວມ 10% ຂອງຍອດຈຳນວນຜູ້ໂດຍສານໃນໄລຍະບຸນກຸດຈີນປີນີ້.

ຄຽງຄູ່ກັບບັນຍາກາດຂອງບຸນກຸດຈີນນັບມື້ນັບຄຶກຄື້ນ, ລັດຖະບານຈີນໄດ້ປະຕິບັດມາດຕະການຫຼາຍຢ່າງ, ເພື່ອເພີ່ມທະວີການບໍລິການດ້ານການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນ ແລະ ການຄຸ້ມຄອງດ້ານຄວາມປອດໄພພ້ອມດຽວກັນກັບການເຮັດວຽກງານປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ເສັ້ນທາງກັບບ້ານຂອງການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນອົບອຸ່ນກວ່າເກົ່າ. ກ່ອນໜ້ານີ້, ພາກສ່ວນທາງລົດໄຟຈີນໄດ້ແນະນຳໃຫ້ຜູ້ໂດຍສານອອກເດີນທາງໂດຍຫຼີກເວັ້ນຍາມທີ່ມີຜູ້ໂດຍສານຫຼາຍທີ່ສຸດ, ຫຼີກເວັ້ນບໍ່ໃຫ້ມີຜູ້ໂດຍສານເຕົ້າໂຮມກັນຢ່າງໜາແໜ້ນ, ເພີ່ມທະວີວຽກງານການແຍກກະແສຜູ້ໂດຍສານໃນສະຖານີລົດໂດຍສານ, ສົ່ງເສີມການບໍລິການແບບຢູ່ຫ່າງກັນ, ນຳພາຜູ້ໂດຍສານເຂົ້າສະຖານີໂດຍແຍກກະແສ ແລະ ເປັນລະບຽບຮຽບຮ້ອຍ, ຮັກສາໄລຍະຫ່າງທີ່ເໝາະສົມ; ສຳນັກງານການບິນພົນລະເຮືອນຈີນກໍໄດ້ກຳນົດຢ່າງຈະແຈ້ງວ່າຕ້ອງເຮັດວຽກງານປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ດີ, ເຮັດວຽກງານແຍກກະແສຜູ້ໂດຍສານໃຫ້ດີຢ່າງຕໍ່ເນື່ອງ, ສະໜອງການບໍລິການແບບບໍ່ສຳຜັດກັນເທົ່າທີ່ຈະເຮັດໄດ້, ພ້ອມກັນນັ້ນກໍຕິດຕາມສຸຂະພາບຂອງພະນັກງານທີ່ເຮັດວຽກຢູ່ແນວໜ້າໃຫ້ດີ, ເຮັດວຽກອະນາໄມ, ວຽກຂ້າເຊື້ອພະຍາດ, ການຮັກສາຄວາມລ່ວງຂອງອາກາດຢູ່ສະຖານທີ່ສຳຄັນໃຫ້ດີ, ເພື່ອຫຼຸດຄວາມສ່ຽງດ້ານການຕິດເຊື້ອພະຍາດໂຄວິດ-19, ເຮັດໃຫ້ຜູ້ໂດຍສານສາມາດອອກເດີນທາງຢ່າງໄວ້ວາງໃຈ. ນອກນັ້ນ, ຢູ່ສະຖານທີ່ຂົນສົ່ງຜູ້ໂດຍສານຕ່າງໆເຊັ່ນ: ສະຖານີລົດໄຟ, ສະໜາມບິນ ແລະ ອື່ນໆລ້ວນແຕ່ໄດ້ຕັ້ງຈຸດບໍລິການການປິ່ນປົວ, ສາມາດສະໜອງຢາປິ່ນປົວພະຍາດ ແລະ ເຄື່ອງປ້ອງກັນພະຍາດທີ່ຈຳເປັນ, ສະໜອງສະຖານທີ່ ແລະ ບ່ອນນັ່ງພິເສດໃຫ້ແກ່ປະຊາຊົນຜູ້ມີອາການໄຂ້ ແລະ ອື່ນໆ, ພ້ອມທັງສະໜອງການປິ່ນປົວໃຫ້ແກ່ຜູ້ໂດຍສານທີ່ມີອາການໄຂຢ່າງທັນເວລາ.

ການໝູນວຽນແມ່ນລະຫັດສຳຄັນຂອງການພັດທະນາ ແລະ ມີຄວາມຈະເລີນຮຸ່ງເຮືອງຂອງຈີນໃນຍຸກປັດຈຸບັນ. ຜູ້ໂດຍສານເພີ່ມຂຶ້ນ, ວຽກງານຂົນສົ່ງຫຼາຍຂຶ້ນ, ການຈໍລະຈອນສິນຄ້າໝູນວຽນຂຶ້ນ, ໃນຂະບວນການເຄື່ອນຍ້າຍຂອງຜົນລະເມືອງຈຳນວນຫຼາຍຮ້ອຍລ້ານເທື່ອຄົນນັ້ນສາມາດຕີລາຄາໄດ້ວ່າ, ຄຽງຄູ່ກັບການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ກ້າວເຂົ້າສູ່ໄລຍະໃໝ່, ຄວາມໝັ້ນໃຈ, ການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນທົ່ວປະເທດຈີນພວມເລັ່ງລັດຟື້ນຕົວຄືນໃໝ່. ການຂົນສົ່ງຜູ້ໂດຍສານໃນໄລຍະບຸດກຸດຈີນ 2023, ໄດ້ເລີ່ມຕົ້ນຈາກບັນຍາກາດທີ່ເຕັມໄປດ້ວຍຄວາມອົບອຸ່ນທີ່ເກີດຈາກການກັບບ້ານເກີດ, ໃນປີໃໝ່ນີ້, ປະເທດຈີນຈະເຕັມໄປດ້ວຍຄວາມມີຊີວິດຊີວາຢ່າງແນ່ນອນ.