ທ່ານລິວເຮີ້ເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືເສດຖະກິດໂລກປະຈຳປີ 2023 ແລະກ່າວຄຳປາໄສ

2023-01-18 14:26:02 cri


    ວັນທີ 17 ມັງກອນນີ້, ທ່ານລິວເຮີ້ ຮອງນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມເປິກສາຫາລືເສດຖະກິດໂລກປະຈຳປີ 2023 ແລະກ່າວຄຳປາໄສ.

    ທ່ານລິວເຮີ້ກ່າວວ່າ: ຜ່ານການທຳຄວາມພະຍາຍາມ, ເສດຖະກິດຈີນຈະດີຂຶ້ນໂດຍລວມໃນປີນີ້, ການທີ່ຈັງຫວະເຕີບໂຕຈະບັນລຸລະດັບປົກກະຕິແມ່ນມີຄວາມເປັນໄປໄດ້ສູງ. ລະບົບການເງິນຂອງຈີນມີຄວາມໝັ້ນທ່ຽງໂດຍລວມ. ສະພາບພື້ນຖານແຫ່ງຊາດຈີນໄດ້ຕັດສິນແລ້ວວ່າຈີນຕ້ອງເປີດປະຕູສູ່ພາຍນອກ, ຕ້ອງຍົກສູງຄຸນນະພາບ ແລະລະດັບດ້ານການເປີດປະຕູສູ່ພາຍນອກຢ່າງບໍ່ຢຸດຢັ້ງ, ພວກເຮົາຄັດຄ້ານລັດທິຝ່າຍດຽວ ແລະລັດທິປົກປ້ອງ, ຊຸກຍູ້ການເພີ່ມທະວີການຮ່ວມມືສາກົນຢ່າງຮອບດ້ານ.

    ຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ “ເພີ່ມທະວີການຮ່ວມມືຢູ່ໃນໂລກທີ່ແບ່ງແຍກ”. ໃນໄລຍະເຂົ້າຮ່ວມກອງປະຊຸມ, ທ່ານລິວເຮີ້ຈະພົບປະ ແລະແລກປ່ຽນຄວາມເຫັນກັບບຸກຄົນການເມືອງທີ່ສຳຄັນ, ປັນຍາຊົນ ແລະນັກທຸລະກິດຂອງປະເທດທີ່ກ່ຽວຂ້ອງຕາມການນັດໝາຍ.