ເສັ້ນທາງການບິນສາກົນມາງຊື້ຂອງຈີນ-ມານດາເລຂອງມຽນມາຟື້ນຟູການ ບໍລິການຄືນໃໝ່ໃນວັນທີ 21 ມັງກອນນີ້

2023-01-18 16:09:44 cri



      ນັກຂ່າວໄດ້ຮັບຂໍ້ມູນຈາກບໍລິສັດການບິນຣຸ້ຍລີ້ຊູ່ນານຂອງຈີນວ່າ: ບໍລິສັດດັ່ງກ່າວມີແຜນຈະຟື້ນຟູການບໍລິການຂອງເສັ້ນທາງການບິນສາກົນສາຍໄປກັບເມືອງມາງຊື້ຂອງຈີນແລະເມືອງມານດາເລຂອງມຽນມາໃນວັນທີ 21 ມັງກອນນີ້ ເຊິ່ງແມ່ນເສັ້ນທາງການບິນສາກົນສາຍທຳອິດທີ່ສະໜາມບິນມາງຊື້ຟື້ນຟູການໃຫ້ບໍລິການຄືນໃໝ່.

      ພາຍຫຼັງຟື້ນຟູການໃຫ້ບໍລິການແລ້ວ,ເສັ້ນທາງການບິນສາກົນມາງຊື້-ມານດາເລຈະປະຕິບັດໜ້າທີ່ການບິນໃນວັນອັງຄານ,ວັນພະຫັດແລະວັນເສົາຂອງແຕ່ລະອາທິດ. ອີງຕາມຄວາມຮຽກຮ້ອງຕ້ອງການຫຼ້າສຸດ, ນັກທ່ອງທ່ຽວຈີນທີ່ໄປມຽນມາພຽງແຕ່ຕ້ອງສະໜອງໃບຢັ້ງຢືນສັກວັກຊີນຕ້ານໂຄວິດ-19ແລະເຊັນວີຊາເອເລັກໂຕຣນິກລ່ວງໜ້າກໍ່ສາມາດເຂົ້າແດນມຽນມາໄດ້ເປັນປົກກະຕິ. ສ່ວນນັກທ່ອງທ່ຽວທີ່ເດີນທາງຈາກມຽນມາໄປເມືອງມາງຊື້ຂອງຈີນພຽງແຕ່ຈົດຂໍ້ມູນຜົນກວດເຊື້ອນິວຄຣິອິກທີ່ເປັນລົບພາຍໃນເວລາ 48 ຊົ່ວໂມງເຂົ້າໃສ່ “ໃບແຈ້ງສະພາບສຸຂະພາບເຂົ້າອອກແດນຂອງສາທາລະນະລັດປະຊາຊົນຈີນ”ຜ່ານແອັບ “ການບໍລິການສຳລັບນັກທ່ອງທ່ຽວຜ່ານດ່ານທາງອອນລາຍ” “ດ່ານພາສີອອນລາຍ” ແລະອື່ນໆກໍ່ສາມາດເຂົ້າແດນແຂວງຢຸນນານຈີນໄດ້.