ທ່ານສີຈິ້ນຜິງສົ່ງໂທລະເລກສະແດງຄວາມເຫັນໃຈເຖິງປະທານາທິບໍດີເນປານກໍລະນີເກີດອຸບັດເຫດເຮືອບິນໂດຍສານຕົກ

2023-01-18 10:13:47 cri

ວັນທີ 16 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈເຖິງທ່ານນາງບິດຢາ ເດວີ ບານດາຣີ ປະທານາທິບໍດີເນປານ ກໍລະນີເກີດອຸບັດເຫດເຮືອບິນໂດຍສານຕົກ.

ໂທລະເລກສະແດງຄວາມເຫັນໃຈຂອງທ່ານສີຈິ້ນຜິງລະບຸວ່າ: ຂ້າພະເຈົ້າຮູ້ສຶກເສົ້າລະຫຼົດໃຈເປັນຢ່າງຍິ່ງທີ່ໄດ້ຮັບຂ່າວວ່າ ຢູ່ເນປານໄດ້ເກີດອຸບັດເຫດເຮືອບິນໂດຍສານຕົກ, ເຮັດໃຫ້ມີຜູ້ເສຍຊີວິດ ແລະບາດເຈັບເປັນຈຳນວນຫຼາຍ. ໃນນາມລັດຖະບານ ແລະປະຊາຊົນຈີນ, ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຕໍ່ຜູ້ປະສົບເຄາະຮ້າຍໃນອຸບັດເຫດຄັ້ງນີ້ ພ້ອມທັງສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊື້ງໄປຍັງຄອບຄົວຜູ້ປະສົບເຄາະຮ້າຍ.
ມື້ດຽວກັນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ກໍໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈເຖິງທ່ານປູສປາ ກາມານ ດາຮານ ນາຍົກລັດຖະມົນຕີເນປານເຊັ່ນດຽວກັນ.