ລັດຖະມົນຕີການຕ່າງປະເທດຈີນໂອ້ລົມກັບລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍຜ່ານທາງໂທລະສັບ

2023-01-18 14:15:31 cri

 

    ວັນທີ 17 ມັງກອນນີ້, ທ່ານຊິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ໂອ້ລົມກັບທ່ານ ຊຳບຣີ ອັບດູນ ຄາເດຍ ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍຜ່ານທາງໂທລະສັບ.

    ທ່ານຊິນກ່າງ ກ່າວວ່າ: ລັດຖະບານ ແລະວົງການຕ່າງໆຂອງມາເລເຊຍຕີລາຄາຕໍ່ນະໂຍບາຍປ້ອງກັນພະຍາດໂຄວິດ-19ຂອງຈີນຢ່າງພາວະວິໄສ ແລະຍຸຕິທຳ. ທັງໄດ້ຕ້ອນຮັບນັກທ່ອງທ່ຽວຈີນໄປທ່ຽວມາເລເຊຍ. ຈີນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບເລື່ອງນີ້. ເຊື່ອໝັ້ນວ່າພາຍໃຕ້ຄວາມພະຍາຍາມຮ່ວມຂອງສອງຝ່າຍ, ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດຈະຟື້ນຟູເປັນປົກກະຕິຄືນໃໝ່ໂດຍໄວ.

    ທ່ານ ຊຳບຣີ ອັບດູນ ຄາເດຍກ່າວວ່າ: ມາເລເຊຍຖືເອົາປະເທດຈີນເປັນຄູ່ຮ່ວມທີ່ສຳຄັນ, ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ສາຍພົວພັນກັບຈີນ, ຍິນດີຮ່ວມກັບຝ່າຍຈີນເພີ່ມທະວີການໄປມາຫາສູ່ກັນລະຫວ່າງເຈົ້າໜ້າທີ່ຂັ້ນສູງ ແລະການແລກປ່ຽນວັດທະນະທຳ, ຊຸກຍູ້ໃຫ້ສາຍພົວພັນລະຫວ່າງມາເລເຊຍ ແລະຈີນໄດ້ຮັບການພັດທະນາຫຼາຍກວ່າເກົ່າ.