ງານມະຫະກຳກິລາໂອລິມປິກປາຣີຈະສະໜອງການບໍລິການຕ້ອນຮັບຜ່ານເວທີດຽວ

2023-01-18 15:15:44 cri


      ຄະນະຈັດງານກິລາໂອລິມປິກສາກົນໄດ້ປະກາດໃນວັນທີ 17 ມັງກອນນີ້ວ່າ: ງານມະຫະກຳກິລາໂອລິມປິກປາຣີປີ 2024 ຈະສະໜອງການບໍລິການຕ້ອນຮັບ, ຜູ້ຊົມສາມາດຈອງຊື້ປີ້ເຂົ້າຊົມ,ຈອງໂຮງແຮມແລະຊື້ປີ້ລົດໄດ້ໃນເວລາດຽວກັນ ເຊິ່ງໄດ້ບັນລຸການບໍລິການຜ່ານເວທີດຽວເປັນຄັ້ງທຳອິດ.

      ກິດຈະກຳຕ້ອນຮັບດັ່ງກ່າວສາມາດຈອງຊື້ຜ່ານທາງເວັບໄຊທາງການໄດ້,ລາຄາປີ້ເປັນເອກະພາບກັນໃນທົ່ວໂລກ. ນອກນີ້ຜູ້ຊົມຍັງສາມາດໄດ້ຮັບການບໍລິການສ່ວນຕົວບາງຢ່າງທີ່ບໍ່ສາມາດໄດ້ຮັບຜ່ານຊ່ອງທາງອື່ນ ເຊິ່ງລວມທັງເຂົ້າຮ່ວມກິດຈະກຳບັນເທີງດ້ານວັດທະນະທຳທີ່ຄະນະຈັດງານຈັດຕັ້ງຂຶ້ນຈຳນວນໜຶ່ງແລະອື່ນໆ.ອີງຕາມຂໍ້ມູນຈາກຄະນະກຳມະການໂອລິມປິກສາກົນໃຫ້ຮູ້ວ່າ,ນີ້ແມ່ນເວທີແຫ່ງທຳອິດທີ່ສາມາດຕອບສະໜອງຄວາມຕ້ອງການເກືອບທັງໝົດຂອງຜູ້ຊົມໄດ້ໂດຍຜ່ານບໍລິສັດແຫ່ງດຽວໃນປະຫວັດສາດຂອງງານກິລາໂອລິມປິກ ເຊິ່ງຈະເພີ່ມຄວາມຮູ້ສຶກດ້ານການຊົມອັນໃໝ່ໃຫ້ແກ່ງານກິລາໂອລິມປິກປີ 2024.