ການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນ 2023 ມີຄວາມອົບອຸ່ນ ແລະສະດວກ

2023-01-18 17:10:58 CRI


    ບຸນກຸດຈີນ 2023 ໄດ້ນຳເອົາຄວາມມຸ່ງຫວັງໃໝ່ໃຫ້ແກ່ຊາວຈີນທັງຫຼາຍ. ອີງຕາມການຄາດຄະເນຂອງກະຊວງຄົມມະນາຄົມ ແລະຂົນສົ່ງຈີນ, ຍອດຈຳນວນຜູ້ໂດຍສານໃນໄລຍະບຸນກຸດຈີນ(ວັນທີ 7 ມັງກອນ ຫາ ວັນທີ 15 ກຸມພາ)ແມ່ນປະມານ 2,095 ຕື້ເທື່ອຄົນ. ພາກສ່ວນທາງລົດໄຟ, ທາງຫຼວງ ແລະ ການບິນພົນລະເຮືອນໄດ້ນຳໃຊ້ມາດຕະການຫຼາຍຢ່າງ ເພື່ອຮັບປະກັນໃຫ້ຜູ້ໂດຍສານເດີນທາງດ້ວຍຄວາມສະຫວັດດີພາບ. ໃນເບື້ອງຫຼັງຂອງຕົວເລກດັ່ງກ່າວ, ແມ່ນຄວາມຄິດຮອດຄິດເຖິງຕໍ່ຍາດຕິພີ່ນ້ອງຂອງຊາວຈີນ, ຍິ່ງແມ່ນຄວາມມຸ່ງຫວັງທີ່ກັບເມືອບ້ານເກີດເມືອງນອນ. ການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນ 2023 ມີບັນຍາກາດຟົດຟື້ນ ແລະມ່ວນຊື່ນ, ເຊິ່ງໄດ້ເພີ່ມພະລັງຊີວິດໃຫ້ແກ່ປີໃໝ່.