ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວຄຳອວຍພອນບຸນກຸດຈີນ

2023-01-19 11:31:53 cri


    ວັນທີ 18 ມັງກອນນີ້, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວຄຳອວຍພອນບຸນກຸດຈີນທີ່ຈະໝູນວຽນມາເຖິງ. ທ່ານອັນໂຕນີໂອ ກູເຕີເຣັສ ກ່າວວ່າ: “ເນື່ອງໃນໂອກາດບຸນປີໃໝ່ຈີນປີກະຕ່າຍໃກ້ຈະໝູນວຽນມາເຖິງນີ້, ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈ. ກະຕ່າຍສະແດງໃຫ້ເຫັນເຖິງພະລັງຊີວິດ ແລະຄວາມສະຫຼາດຄ່ອງແຄ້ວ, ເຊິ່ງເປັນຄຸນສົມບັດທີ່ມະນຸດເຮົາຕ້ອງການໃນເວລາຜະເຊີນກັບຄວາມຫຍຸ້ງຍາກ ແລະສິ່ງທ້າທ້າຍ.”

    ທ່ານອັນໂຕນີໂອ ກູເຕີເຣັສໄດ້ສະແດງຄວາມຂອບໃຈຕໍ່ສາຍພົວພັນຄູ່ຮ່ວມອັນເຂັ້ມແຂງລະຫວ່າງຈີນ ແລະອົງການສະຫະປະຊາຊາດ, ຂອບໃຈປະເທດຈີນທີ່ສະໜັບສະໜູນການຮ່ວມມືສາກົນ. ການເກາະແຂນກັນຮ່ວມມືກັນໃນທົ່ວໂລກຈະສາມາດຊຸກຍູ້ສັນຕິພາບ ແລະການພັດທະນາແບບຍືນຍົງ, ສ້າງສາໂລກທີ່ສວຍງາມກວ່າເກົ່າໃຫ້ແກ່ທຸກໆຄົນ.

    ທ່ານອັນໂຕນີໂອ ກູເຕີເຣັສ ໄດ້ກ່າວມ້ວນທ້າຍວ່າ, ນຳເອົາຄວາມຫວັງ ແລະການເລີ່ມຕົ້ນອັນໃໝ່, ຂໍອວຍພອນບັນດາທ່ານໃນປີໃໝ່ນີ້ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ແລະສົມຫວັງທຸກປະການ.