ກະຊວງການຕ່າງປະເທດຈີນ: ປີນີ້ເສດຖະກິດຈີນ ຈະປະກອບສ່ວນຫຼາຍກວ່າເກົ່າຕໍ່ເສດຖະກິດໂລກ

2023-01-19 10:27:48 cri

ວັນທີ 18 ມັງກອນນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ:ອົງການສະຖິຕິແຫ່ງຊາດຈີນໄດ້ປະກາດຕົວເລກຂໍ້ມູນກ່ຽວກັບການເຄື່ອນໄຫວດ້ານເສດຖະກິດແຫ່ງຊາດຂອງຈີນໃນປີ 2022 ເມື່ອວັນທີ 17 ມັງກອນນີ້. ສື່ມວນຊົນຕ່າງປະເທດລາຍງານວ່າ, ຄຽງຄູ່ກັບມາດຕະການປ້ອງກັນພະຍາດໂຄວິດ-19 ໄດ້ຮັບການປັບປຸງດີຂຶ້ນ, ຈັງຫວະການເຕີບໂຕດ້ານເສດຖະກິດຂອງຈີນຈະໄວຂຶ້ນຢ່າງເດັ່ນຊັດ. ຂໍຖາມແດ່ ທານໂຄສົກມີຄວາມເຫັນແນວໃດ?


ທ່ານວ່າງເວີນປິ່ນກ່າວວ່າ: ຫວ່າງມໍ່ໆມານີ້ ອົງການລົງທຶນສາກົນຈຳນວນຫຼາຍມີຄວາມເຫັນວ່າ, ຄຽງຄູ່ກັບຈີນປັບປຸງມາດຕະການປ້ອງກັນພະຍາດໂຄວິດ-19 ໃຫ້ດີຂຶ້ນ, ຄາດວ່າ ເສດຖະກິດຈີນໃນປີນີ້ຈະຟື້ນຟູຄືນຢ່າງຕໍ່ເນື່ອງ ແລະ ວ່ອງໄວ, ກຳລັງຂັບເຄື່ອນຢູ່ພາຍໃນດ້ານການເຕີບໂຕຂອງເສດຖະກິດຈີນຈະເຕົ້າໂຮມ ແລະ ເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ, ຜົນການລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຈະເກີດຂຶ້ນຢ່າງຕໍ່ເນື່ອງ, ໃນປີນີ້ ເສດຖະກິດຂອງຈີນຍ່ອມຈະປ່ຽນແປງໄປໃນທິດທາງທີ່ດີຂຶ້ນໂດຍລວມ ແລະ ບັນລຸການພັດທະນາຫຼາຍກວ່າເກົ່າ ພ້ອມທັງຈະປະກອບສ່ວນຕໍ່ເສດຖະກິດໂລກຫຼາຍກວ່າເກົ່າ.