ລັດຖະມົນຕີ ແລະ ຮອງລັດຖະມົນຕີ ກະຊວງພາຍໃນຂອງອູແກຣນເສຍຊີວິດຈາກເຫດການເຮລີກົບເຕຕົກ

2023-01-19 10:24:41 cri

ວັນທີ 18 ມັງກອນນີ້, ສື່ມວນຊົນອູແກຣນໄດ້ນຳເອົາຂໍ້ມູນຈາກຮອງຫົວໜ້າຫ້ອງການປະທານາທິບໍດີອູແກຣນມາລາຍງານຂ່າວວ່າ,ເຮລີກົບເຕລຳໜຶ່ງໄດ້ຕົກຢູ່ລັດກິແອັບ ແລະ ເກີດໄຟລຸກໄໝ້.


ກະຊວງພາຍໃນອູແກຣນແຈ້ງໃຫ້ຮູ້ວ່າ: ລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງພາຍໃນອູແກຣນທີ່ຢູ່ເທິງເຮີລີກົບເຕລຳທີ່ຕົກນັ້ນໄດ້ເສຍຊີວິດທັງໝົດ


ນອກນີ້, ຫ້ອງການປະທານາທິບໍດີອູແກຣນແຈ້ງໃຫ້ຮູ້ວ່າ: ຕາມແຜນການ ແລ້ວ, ລັດຖະມົນຕີກະຊວງພາຍໃນອູແກຣນພ້ອມດ້ວຍຄະນະທ່ານອື່ນໆ ໄດ້ຂີ່ເຮລີກົບເຕລຳທີ່ເກີດເຫດເພື່ອເດີນທາງໄປເຂດແນວໜ້າຂອງການປະທະກັນລະຫວ່າງຣັດເຊຍ-ອູແກຣນ, ໃນເວລາເກີດເຫດມີ 9 ຄົນຢູ່ເທິງເຮລີກົບເຕ.


ອະທິໄອຍະການອູແກຣນໄດ້ສັ່ງໃຫ້ກົມປ້ອງກັນຄວາມສະຫງົບອູແກຣນສືບສວນສາເຫດຂອງເຫດການເຮລີກົບເຕຕົກໃນເທື່ອນີ້.