ທ່ານລາຟໂລຟກ່າວວ່າ: ປະເທດຕາເວັນຕົກ ຮັກສາຖານະອຳນາດໂດຍຜ່ານພາຫະນະທີ່ຊອບດ້ວຍກົດໝາຍບໍ່ໄດ້ອີກແລ້ວ

2023-01-19 10:29:45 cri

ວັນທີ 18 ມັງກອນນີ້, ໃນກອງປະຊຸມຖະແຫຼງຂ່າວກ່ຽວກັບວຽກງານການຕ່າງປະເທດປີ 2022 ຂອງຣັດເຊຍ, ທ່ານເຊີເກ ລາຟໂລຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ຖ້າເວົ້າເຖິງກົກຮາກ, ປະເທດຕາເວັນຕົກແມ່ນຮັກສາຖານະເຈົ້າອຳນາດໂດຍຜ່ານພາຫະນະທີ່ຊອບດ້ວຍກົດໝາຍບໍ່ໄດ້ອີກແລ້ວ, ສະນັ້ນ ຈຶ່ງຫັນວິທີທີ່ບັນລຸເປົ້າໝາຍດັ່ງກ່າວເປັນການກໍ່ການປະທະກັນດ້ວຍອາວຸດ.


ທ່ານລາຟໂລຟກ່າວຕື່ມວ່າ, ອາເມຣິກາກຳລັງເຮັດໃຫ້ກຸ່ມນາໂຕ ແລະ ສະຫະພາບເອີຣົບເປັນສະຫະພັນແຫ່ງໜຶ່ງ, ໂດຍຜ່ານອູແກຣນໃຫ້ເປັນປໍລະປັກກັນກັບຣັດເຊຍ ເພື່ອແກ້ໄຂອັນທີ່ວ່າ “ບັນຫາຣັດເຊຍ”. ໃນໄລຍະນີ້, ອາເມຣິກາບໍ່ອະນຸຍາດໃຫ້ປະເທດໃນເອີຣົບສະແດງຄວາມເຫັນ ແລະ ປະຕິບັດນະໂຍບາຍທີ່ເປັນເອກະລາດຕໍ່ວຽກງານສາກົນ. ໃນອະນາຄົດ, ການພົວພັນລະຫວ່າງຣັດເຊຍ ກັບບັນດາປະເທດໃນເອີຣົບຈະຂຶ້ນກັບຂໍ້ຕົກລົງຂອງປະເທດເຫຼົ່ານັ້ນ.