ຮອຍບາດຍ່າງຂອງທ່ານສີຈິ້ນຜິງໃນຍາມບຸນກຸດຈີນ

2023-01-19 16:51:34 cri

ກຸດຈີນແມ່ນບຸນສຳຄັນທີ່ສຸດໃນຮອບໜຶ່ງປີສຳລັບປະຊາຊົນຈີນ. ບຸນກຸດ ຈີນໄດ້ແຝງຊ້ອນຄວາມໝາຍຕ່າງໆໄວ້ ເຊັ່ນ: ການພົບຫນ້າພໍ້ຕາກັນຢ່າງມີຄວາມສຸກ ຄວາມປອງດອງຂອງຄອບຄົວນຳມາເຊິ່ງຄວາມຈະເລີນຮຸ່ງເຮືອງ ແລະອື່ນໆ.


“ເຖິງວ່າຈະຢູ່ຕໍ່ໜ້າຈໍ, ແຕ່ຂ້າພະເຈົ້າຍັງສາມາດຮູ້ສຶກໄດ້ເຖິງກິ່ນອາຍຂອງບຸນກຸດຈີນທີ່ີເຂັ້ມຂຸ້ນຢູ່ແຫ່ງຕ່າງໆໃນທົ່ວປະເທດ, ຮູ້ສຶກໄດ້ເຖິງຄວາມສຸກ ແລະ ຄວາມມ່ວນຊື່ນຂອງຜູ້ຄົນ, ໃຈຂອງຂ້າພະເຈົ້າກັບໃຈຂອງປະຊາຊົນບັນດາເຜົ່າ ໃນທົ່ວປະເທດແມ່ນຢູ່ນຳກັນຕະຫຼອດ.”

 

ນີ້ແມ່ນຄຳເວົ້າຈາກໃຈຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ທີ່ເວົ້ານຳປະຊາຊົນໃນເວລາ ພົບປະແລະຢື້ຢາມຖາມຂ່າວພະນັກງານແລະປະຊາຊົນຂັ້ນຮາກຖານຜ່ານທາງວິດີໂອ ຢູ່ນະຄອນຫຼວງປັກກິ່ງໃນວັນທີ 18 ມັງກອນີ 2023 ເນື່ອງໃນໂອກາດ ບຸນກຸດຈີນ 2023 ຈະໝູນວຽນມາເຖິງ.

 



ວັນທີ 18 ມັງກອນ 2023, ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ໄດ້ພົບປະກັບປະຊາຊົນຢູ່ຫຼາຍທ້ອງຖິ່ນຜ່ານທາງວິດີໂອ, ເພື່ອຢື້ຢາມຖາມຂ່າວ ເນື່ອງໃນໂອກາດບຸນກຸດຈີນ.


ນັບຕັ້ງແຕ່ດຳລົງຕຳແໜ່ງເປັນຜູ້ນຳສູງສຸດຂອງຈີນເມືຶ່ອປີ 2012 ເປັນຕົ້ນມາ, ເມື່ອບຸນກຸດຈີນໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງກໍຈະໄປຢ້ຽມຢາມແລະຢື້ ຢາມຖາມຂ່າວປະຊາຊົນຢູ່ແຫ່ງຕ່າງໆຂອງຈີນ. ຮອຍບາດຍ່າງຂອງທ່ານສີຈິ້ນຜິງ ເຄີຍໄປຮອດພາກຕາເວັນຕົກທີ່ີຫ່າງໄກສອກຫຼີກ, ບ້ານຊົນນະບົດທີ່ທຸກຍາກກວ່າ ໝູ່ຢູ່ພາກໃຕ້ແລະພາກເໜືອຂອງຈີນ, ເຄີຍໄປຮອດຄ້າຍທະຫານແລະເຂດປ່າໄມ້ ທີ່ມີອຸນຫະພູມຕິດລົບ 30 ກວ່າອົງສາແລະປົກຄຸມໄປດ້ວຍຫິມະຂາວຈ່ານຜ່ານ, ທັງເຄີຍໄປຮອດບ້ານຊົນເຜົ່າສ່ວນໜ້ອຍທີ່ຢູ່ສູງກວ່າລະດັບໜ້ານ້ຳທະເລ 2.500 ແມັດ, ໄປຢາມເດັກນ້ອຍທັງຫຼາຍຢູ່ໂຮງລ້ຽງເດັກກຳພ້າ, ທັງມອບເຄື່ອງສະຫຼອງ ປີໃໝ່ໃຫ້ປະຊາຊົນຈຳນວນໜຶ່ງແລະຫໍ່ກ້ຽວນຳກັນເພື່ອສະຫຼອງປີໃໝ່.



 ວັນທີ 3 ກຸມພາ  2021, ທ່ານສີຈິ້ນຜິງໄປອວຍພອນປີໃໝ່ໃຫ້ປະຊາຊົນ ເຜົ່າມົ້ງຢູ່ແຂວງກຸ້ຍໂຈ່ວ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ.

 



 ວັນທີ 19 ມັງກອນ  2020, ທ່ານສີຈິ້ນຜິງ ຢູ່ບ້ານເຜົ່າວາແຂວງຢຸນນານ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ

 

 

ວັນທີ 1 ກຸມພາ 2019, ທ່ານສີຈິ້ນຜິງ ຮ່ວມຫໍ່ກ້ຽວກັບປະຊາຊົນຢູ່ນະຄອນຫຼວງປັກກິ່ງ.

 

ກ່ອນບຸນກຸດຈີນປີນີ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງໄດ້ສະແດງຄວາມຢື້ຢາມ ຖາມຂ່າວຄົນທັງຫຼາຍດ້ວຍຮູບແບບຜ່ານທາງວິດີໂອເປັນຄັ້ງທຳອິດ. ຮູບແບບນີ້ ເຮັດໃຫ້ເພິ່ນສາມາດເຫັນໄດ້ຫຼາຍບ່ອນກວ່າ ແລະໄດ້ພົບປະກັບປະຊາຊົນທີ່ຫຼາຍ ກວ່າ ພ້ອມທັງສົ່ງຄຳອວຍພອນໄຊອັນປະເສີດຂອງເພິ່ນໄປຍັງຄົນທັງຫຼາຍຜ່ານ ທາງວິດີໂອ. ທ່ານສີຈິ້ນຜິງກ່າວວ່າ: “ເມື່ອຮອດບຸນປີໃໝ່ຈີນ, ຂ້າພະເຈົ້າຍິ່ງຫ່ວງ ໃຍນຳພະນັກງານ ແລະປະຊາຊົນຢູ່ຂັ້ນຮາກຖານ.” ເພິ່ນໄດ້ຢື້ ຢາມຖາມຂ່າວພະນັກງານແພດໝໍທີ່ຢູ່ແນວໜ້າປ້ອງກັນການແພ່ລະບາດຂອງ ພະຍາດໂຄວິດ-19, ຜູ້ເຖົ້າຜູ້ແກ່ຢູ່ໂຮງລ້ຽງດູຜູ້ເຖົ້າ, ພະນັກງານວິສາຫະກິດ ສະໜອງອາຍແກັສແລະພະລັງງານ, ພະນັກງານແລະຜູ້ໂດຍສານຢູ່ນະຖານີລົດ ໄຟຄວາມໄວສູງ, ນັກທຸລະກິດແລະປະຊາຊົນຢູ່ຕະຫຼາດຂາຍສົ່ງຜະລິດຕະພັນ ກະສິກຳ ແລະປະຊາຊົນທັງຫຼາຍຢູ່ຊົນນະບົດ.

 



ວັນທີ 18 ມັງກອນ 2023, ທ່ານສີຈິ້ນຜິງໂອ້ລົມກັບພະນັກງານກແພດໝໍຜ່ານທາງວິດີໂອຢູ່ນະຄອນຫຼວງປັກກິ່ງ.

 



ວັນທີ 18 ມັງກອນ2023, ທ່ານສີຈິ້ນຜິງສົ່ງຄຳອວຍພອນປີໃໝ່ມາຍັງຜູ້ເຖົ້າຜູ້ແກ່ ແລະພະນັກງານພະຍາບານຢູ່ໂຮງລ້ຽງດູຜູ້ເຖົ້າຜ່ານທາງວິດີໂອຢູ່ນະຄອນຫຼວງປັກກິ່ງ.